ທ່ານຮອງນາຍົກລັດຖະມົນຕີ ຢ້າມບີງມິງ ຢ້ຽມຢາມ ລາວ ຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີ ຢ້າມບີງມິງ ຢ້ຽມຢາມ ລາວ ຢ່າງເປັນທາງການ - ảnh 1
ທ່ານ ຟ້າ​ມບີ​ງມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່
 ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ

(vovworld) – ​ ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ​ ລາວ ລະຫວ່າງວັນ​ທີ 25 – 26/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ, ທ່ານ​ນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ. ທີ່​ບັນດາ​ການ​ຕ້ອນຮັບ, ການ​ນຳ​ຂັ້ນ​ສູງ ລາວ ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ພູນຄູນ​ສ້າງ​​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ບັນດາ​ການ​ນຳ ລາວ ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ສົມທົບ​ກັນ ​ເພື່ອ​ກະກຽມ​​​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ ສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ປີ 2017 ​ເປັນ​ຢ່າງ​ດີ.

        ສ່ວນ​ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ ລາວ ​ເພື່ອ​ປັບປຸງ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ກ່ວາ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ທີ່​ການ​ເຈລະຈາ​ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີ​ມ​ໄຊ ກົມມະ​ສິດ. ລັດຖະມົນຕີ 2 ທ່ານ​ລ້ວນ​ແຕ່​ຢືນຢັນ​ວ່າ: ຈະ​ຊີ້​ນຳ 2 ກະຊວງ​ການ​ຕ່າງປະ​ເທດ ສືບ​ຕໍ່​ສົມທົບ​ກັນ​ຮັບ​ໃຊ້​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ສົມທົບ​ກັນ​​ເພີ່​ມທະວີ​ປະສິດທິ​ຜົນ​ຂອງ​ບັນດາກົນ​ໄກ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ນຳ​ການ​ພົວພັນ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ; ຊຸກ​ຍູ້​ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ຂໍ້​ຕົກລົ​ງຂັ້ນ​ສູງ​ເປັນ​ຢ່າງ​ດີ. 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ​ໃນ​ນັ້ນ​ມີ​ສະພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ຢູ່ ອາຊີ - ປາຊີ​ຟິກ, ການຮ່ວມ​ມື​ໃນ ອາ​ຊຽນ, ພັດທະນາ​ເຂດ​ອະນຸ​ພາກ​ພື້ນ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນແມ່​ນ້ຳຂອງ​ໃຫ້​ໝັ້ນຄົງ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​.

 

ຂ່າວ/ບົດ​ອື່ນ