ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຟ້າມ​ບິ່ງ​ມິງເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Hun Sen

(VOVWORLD) -ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນກັບກຳປູເຈຍແລະໄດ້ສະຫງວນແຫຼ່ງກຳລັງຫຼາຍພໍສົມຄວນເພື່ອຊ່ວຍເຫຼືອກຳປູເຈຍໃນຫຼາຍຂົງເຂດ, ພິເສດແມ່ນການບຳລຸງສ້າງແລະພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງ, ການຮັບປະກັນຊີວິດສັງຄົມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຟ້າມ​ບິ່ງ​ມິງເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Hun Sen - ảnh 1 ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ samdechTeccho Hun Sen ນາຍົກລັດຖະມົນຕີແຫ່ງລາດຊະອານາຈັກກຳປູເຈຍ

ຕອນບ່າຍວັນທີ 20 ສິງຫາ, ທີ່ນະຄອນຫຼວງພະນົມເປັນ, ລາດຊະອານາຈັກກຳປູເຈຍ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບທ່ານ samdechTeccho Hun Sen ນາຍົກລັດຖະມົນຕີແຫ່ງລາດຊະອານາຈັກກຳປູເຈຍ, ເນື່ອງໃນໂອກາດທ່ານໄປຢ້ຽມຢາມກຳປູເຈຍແລະເຂົ້າຮ່ວມກອງປະຊຸມຄະນະກຳມະການປະສົມຫວຽດນາມ-ກຳປູເຈຍ ຄັ້ງທີ່ 17. ທີ່ການພົບປະ, ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມຟ້າມບິ່ງມິງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນກັບກຳປູເຈຍແລະໄດ້ສະຫງວນແຫຼ່ງກຳລັງຫຼາຍພໍສົມຄວນເພື່ອຊ່ວຍເຫຼືອກຳປູເຈຍໃນຫຼາຍຂົງເຂດ, ພິເສດແມ່ນການບຳລຸງສ້າງແລະພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງ, ການຮັບປະກັນຊີວິດສັງຄົມ. ທ່ານ Hun Senນາຍົກລັດຖະມົນຕີກຳປູເຈຍໄດ້ຕີລາຄາສູງຕໍ່ບັນດາອົງການທີ່ກ່ຽວຂ້ອງສອງປະເທດທີ່ໄດ້ປະຕິບັດສຳເລັດໂດຍພື້ນຖານກ່ຽວກັບການຂີດເສັ້ນປັກຫຼັກໝາຍຊາຍແດນໄດ້ 85% ຢູ່ເສັ້ນທາງຊາຍແດນລະຫວ່າງສອງປະເທດເພື່ອສາມາດລົງນາມຢ່າງເປັນທາງການໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີກຳປູເຈຍເນັ້ນໜັກວ່າ:ກຳປູເຈຍຍາມໃດກໍ່ຖືເປັນສຳຄັນແລະຕີລາຄາສູງຕໍ່ການຮ່ວມມື, ຊ່ວຍເຫຼືອຂອງຫວຽດນາມ, ຊົມເຊີຍບັນດາວິສາຫະກິດຫວຽດນາມທີ່ມາລົງທຶນ, ດຳເນີນທຸລະກິດຢູ່ກຳປູເຈຍ. ກ່ຽວພັນເຖິງບັນຫາເອກະສານນິຕິກຳໃຫ້ແກ່ຜູ້ມີເຊື້ອຊາດຫວຽດນາມຢູ່ກຳປູເຈຍ, ທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍຢັ້ງຢືນວ່າລັດຖະບານກຳປູເຈຍຍາມໃດກໍ່ມີຄວາມປາດຖະໜາຢາກໃຫ້ປະຊາຄົມເຊື້ອຊາດຫວຽດນາມອາໄສຢູ່ກຳປູເຈຍມີການດຳລົງຊີວິດຢ່າງເປັນປົກກະຕິຍາວນານ, ເປັນຂົວຕໍ່ໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ