ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ລາວ ຢ່າງເປັນທາງການ

(VOVWORLD) -ການນຳພັກ, ລັດ ສປປ ລາວ ຢັ້ງຢືນວ່າ ພັກ ແລະ ລັດ ສປປ ລາວ ມີຄວາມປາດຖະໜາຢາກໃຫ້ສອງປະເທດສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່ ກ່ຽວກັບສາຍພົວພັນແບບພິເສດ ເຖິງປະຊາຊົນທຸກຊັ້ນວັນນະ ໂດຍສະເພາະແມ່ນລຸ້ນໜຸ່ມສອງປະເທດ ໃຫ້ດີກວ່າອີກ

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ໃນລະຫວ່າງວັນທີ 18 – 19 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມການປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 5.

ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 19 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢ້ຽມຢາມ ລາວ ຢ່າງເປັນທາງການ   - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ (ພາບ: TTXVN)

ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງຕໍ່ເລື່ອງກະຊວງການຕ່າງປະເທດ ສອງປະເທດ ໄດ້ຮັກສາກົນໄກປຶກສາຫາລືປະຈຳປີລະຫວ່າງລັດຖະມົນຕີສອງທ່ານເປັນປະຈຳ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ ຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃຈຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າໃນການເປັນເສນາທິການໃຫ້ການນຳພັກ, ລັດ ຂອງແຕ່ລະຝ່າຍ ກ່ຽວກັບວຽກງານພົວພັນຕ່າງປະເທດເວົ້າລວມ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ເວົ້າສະເພາະ ຢ່າງທັນການ ແລະ ມີປະສິດທິຜົນ.

        ການນຳພັກ, ລັດ ສປປ ລາວ ຢັ້ງຢືນວ່າ ພັກ ແລະ ລັດ ສປປ ລາວ ມີຄວາມປາດຖະໜາຢາກໃຫ້ສອງປະເທດສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່ ກ່ຽວກັບສາຍພົວພັນແບບພິເສດ ເຖິງປະຊາຊົນທຸກຊັ້ນວັນນະ ໂດຍສະເພາະແມ່ນລຸ້ນໜຸ່ມສອງປະເທດ ໃຫ້ດີກວ່າອີກ. ບັນດາການນຳລາວ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຫວຽດນາມ - ລາວ ແລະ ປາດຖະໜາ ຈະໄດ້ພົບປະ ກັບບັນດາວິສາຫະກິດຫວຽດນາມ ພວມລົງທຶນຢູ່ ລາວ ເພື່ອຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດ; ພ້ອມທັງສະເໜີສອງຝ່າຍ ສືບຕໍ່ສົມທົບກັນຊຸກຍູ້ການກໍ່ສ້າງສຳນັກງານສະພາແຫ່ງຊາດລາວ ໃຫ້ສຳເລັດຕາມຄວາມຄືບໜ້າ ແລະ ຮັບປະກັນດ້ານຄຸນນະພາບ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19 ທັນວາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ທີ່ຖືກດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ ລາວ, ທ່ານ ຟ້າມບິງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ໂດຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ແລະ ແບ່ງປັນທັດສະນະກ່ຽວກັບບາງບັນຫາສາກົນ, ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມ, ພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍຫຼາຍຮູບແບບ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດໃຫ້ມີປະສິດທິຜົນ; ພ້ອມກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ກະກຽມກອງປະຊຸມຄັ້ງທີ 41 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ເຊິ່ງຈະຈັດຂຶ້ນໃນຕົ້ນປີ 2019 ຢູ່ຫວຽດນາມ ພາຍໃຕ້ການເປັນປະທານ ແລະ ຊີ້ນຳໂດຍກົງຂອງນາຍົກລັດຖະມົນຕີສອງປະເທດ ໃຫ້ລອບຄອບຖີ່ຖ້ວນ...

ພາຍຫຼັງການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ແລະ ທ່ານລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ ພ້ອມກັນປະດັບຫຼຽນໄຊ, ຫຼຽນກາ ໃຫ້ບັນດາອົງການຈັດຕັ້ງ, ພະນັກງານຂອງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ລາວ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ