ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ

(VOVWORLD) -ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສຢູ່ພາກພື້ນ ແລະ ໃນໂລກ, ພິເສດແມ່ນອາຊຽນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ແລະທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ 

(ພາບ:TTXVN)

ວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການເຈລະຈາກັບທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ. ທີ່ການເຈລະຈາ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສຢູ່ພາກພື້ນ ແລະ ໃນໂລກ, ພິເສດແມ່ນອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່່າ ຫວຽດນາມຕີລາຄາສູງບົດບາດຂອງສິງກະໂປໃນຖານະເປັນປະທານອາຊຽນປີ 2018 ດ້ວຍຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ” ພ້ອມທັງຢັ້ງຢືນວ່າ ຫວຽດນາມສະໜັບ ສະໜູນ ແລະ ສົມທົບກັບສິງກະໂປ ໃນການປະຕິບັດບັນດາເປົ້າໝາຍ ແລະ ບຸລິມະສິດທີ່ໄດ້ວາງອອກ.

        ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີສອງທ່ານ ໄດ້ເຫັນດີນໍາກັນວ່າ ຄວນຮັກສາຫຼັກໝັ້ນລວມ ແລະ ບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບ, ສືບຕໍ່ສະແດງບັນດາທັດສະນະດັ່ງກ່າວໃຫ້ຄົບຖ້ວນໃນເອກະສານຂອງກອງປະຊຸມ, ຖືວ່າ ບັນດາປະເທດຕ້ອງຮັບປະກັນປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ລວມທັງບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ກໍຄືຂໍ້ກໍານົດກ່ຽວກັບການຄວບຄຸມ, ບໍ່ມີບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼືເພີ່ມຄວາມຂັດແຍ້ງກັນ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານສິງກະໂປ ກ່ຽວກັບບັນດາຫຼັກການເຄື່ອນໄຫວຂອງສູນຮ່ວມມືຫວຽດນາມ - ສິງກະໂປ.

ແລະກໍ່ໃນຂອບເຂດການຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ຕອນບ່ານວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ.

        ທີ່ການພົບປະກັບທ່ານປະທານາທິບໍດີສິງກະໂປ Halimah Yacob. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງເລື່ອງ ສິງກະໂປ ຍາມໃດກໍ່ແມ່ນຄູ່ຄ້າ, ຄູ່ຮ່ວມມືແຖວໜ້າຂອງຫວຽດນາມ; ຢືນຢັນວ່າ ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາຄູ່ຮ່ວມມືສິງກະໂປ ເພື່ອແນໃສ່ຮັກສາທ່າພັດທະນາ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ສິງກະໂປ ຄົ້ນຄວ້າ, ຊຸກຍູ້ການຫັນປ່ຽນຈາກການລົງທຶນ ໄປສູ່ບັນດາຂະແໜງທີ່ນຳໃຊ້ເຕັກໂນໂລຊີ ແລະ ພູມປັນຍາສູງ, ເໝາະສົມກັບການປະຕິວັດອຸດສາຫະກຳ 4.0.

        ແລະກໍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສິງກະໂປ (01 ສິງຫາ 1973 – 01 ສິງຫາ 2018), ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຝາກຈົດໝາຍອວຍພອນເຖິງບັນດາການນຳສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ