ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນ​າມ ຟ້າມ​ບີ່ງ​ມິງ ຢ​້ຽ​ມ​ຢາມ ກູບ​າ ຢ່າງ​ເປັນ​ທາງກ​ານ

(VOVWORLD) -ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 19 – 21 ພຶດສະພາ.
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນ​າມ ຟ້າມ​ບີ່ງ​ມິງ ຢ​້ຽ​ມ​ຢາມ ກູບ​າ ຢ່າງ​ເປັນ​ທາງກ​ານ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla (ພາບ: baoquocte.vn)

        ທີ່ການພົບປະເຈລະຈາໃນວັນທີ 20 ພຶດສະພາກັບ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ຢັ້ງຢືນເຖິງ ນ້ຳໃຈສາມັກຄີ, ມິດຕະພາບ ແລະ ຄວາມສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສຳລັບກູບາ. ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບບາງມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນສອງຝ່າຍ, ລະອຽດແມ່ນ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ຈັດຕັ້ງການປຶກສາກາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ສ້າງຂອບເຂດນິຕິກຳໃຫ້ແກ່ການພົວພັນຮ່ວມມືໃຫ້ສົມບູນແບບຕາມແຕ່ລະຂັ້ນຕອນ, ໃນນັ້ນມີການເຮັດໃຫ້ສັນຍາການຄ້າລະຫວ່າງ ຫວຽດນາມ - ກູບາ ໃຫ້ມີຜົນສັກສິດໂດຍໄວ.

        ພ້ອມກັນນັ້ນ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນບັນດາມາດຕະການສົ່ງເສີມການເຄື່ອນໄຫວລົງທຶນຂອງວິສາຫະກິດສອງຝ່າຍ. ກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ຢັ້ງຢືນ ຄວາມສະໜັບສະໜູນຫຼັກໝັ້ນແກ້ໄຂຂໍ້ຂັດແຍ່ງອະທິປະໄຕໂດຍສັນຕິວິທີ, ບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ.

        ພາຍຫຼັງການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodiguez Parilla ໄດ້ລົງນາມໃນແຜນການປຶກສາຫາລືດ້ານການເມືອງໄລຍະ 2020 – 2022 ລະຫວ່າງກະຊວງ ການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ກູບາ.

        ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ພົບປະກັບທ່ານ Raul Castro Ruz ເລຂາຜູ້ທີ່ໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ທ່ານ Miguel Diaz-Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ