ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018),
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງລອງອານ (ພາບ: TTXVN)

ວັນທີ 07 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ມອບລົດຖີບສົ່ງເສີມການໄປໂຮງຮຽນໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງຂອງເທດສະບານເມືອງ ກາຍໄລ້ ແລະ ເມືອງ ກາຍໄລ້. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີບັນດາທ້ອງຖິ່ນໃນແຂວງ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາພາລະກິດການສຶກສາ, ມຸ່ງໄປເຖິງບັນດາເປົ້າໝາຍລະອຽດ, ແທດຈິງ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນບັນດາເມືອງເຂດ ດົ່ງທ໋າບເມື່ອຍ ຂອງແຂວງ ລອງອານ. ທ່ານຮອງນາຍົກລັດຖະມົນຕີສະເໜີບັນດາອົງການ, ສຳນັກງານ, ໝູ່ຄະນະ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ລອງອານ ທຸກຊັ້ນວັນນະ ດ້ວຍບັນດາວຽກງານລະອຽດ, ສືບຕໍ່ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນຂະບວນການ “ທົ່ວປວງຊົນເບິ່ງແຍງດູແລຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ”…

ຕອບກັບ

ຂ່າວ/ບົດ​ອື່ນ