ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ

(VOVWORLD) -ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງຫວຽດນາມ ແລະ ມຽນມາ ນັບມື້ນັບເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ

        ວັນທີ 19 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ (USDP) ໂດຍທ່ານປະທານພັກ U Than Htay ນໍາໜ້າຄະນະມາຢ້ຽມຢາມຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້ ຕ້ອນຮັບທ່ານປະທານພັກ USDP U Than Htay (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຂອງ ມຽນມາ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນການເສີມສ້າງສັນຕິພາບຂອງ ມຽນມາ. ກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານ ເວືອງດິງເຫວ້ ຖືວ່າ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງຫວຽດນາມ ແລະ ມຽນມາ ນັບມື້ນັບເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ.

        ບົນພື້ນຖານການພົວພັນທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ສອງປະເທດ ຈະເສີມຂະຫຍາຍບັນດາຄຸນຄ່າທີ່ໄດ້ກໍ່ສ້າງ, ເພີ່ມພູນຄູນສ້າງ ບົນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທັດສະນະຂອງ ອາຊຽນ ເພື່ອພັດທະນາຢ່າງແຮງ.


ຕອບກັບ

ຂ່າວ/ບົດ​ອື່ນ