ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ສະແດງຄວາມພ້ອມທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກັບ ລາວ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ (ພາບ: VGP)

ຕອນເຊົ້າວັນທີ 19 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໂດຍທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ຫົວໜ້າສະຖາບັນດັ່ງກ່າວ ນໍາໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ສະແດງຄວາມພ້ອມທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກັບ ລາວ ແລະ ໃຫ້ຮູ້ວ່າ ຫວຽດນາມ ບໍ່ພຽງແຕ່ແບ່ງປັນບັນດາບົດຮຽນບັນລຸຜົນສໍາເລັດເທ່ົານັ້ນ ຫາກນັບທັງບົດຮຽນປະລະໄຊໃນເມື່ອກ່ອນອີກດ້ວຍ ເພື່ອໃຫ້ສອງຝ່າຍພ້ອມກັນປຶຶກສາຫາລື, ຕີລາຄາ ແລະ ນໍາໄປປະຕິບັດຕົວຈິງ. ກ່ຽວກັບການພັດທະນາລັດວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນການຊຸກຍູ້ການຫັນເປັນບໍລິສັດຫຸ້ນສ່ວນ, ຖອນທຶນ, ນໍາໃຊ້ບັນດາມາດຕະຖານ, ມາດຖານຕາມທໍານຽມຂອງຕະຫຼາດ ເພື່ອເຮັດໃຫ້ການເຄື່ອນໄຫວຂອງກຸ່ມດັ່ງກ່າວໂປ່ງໃສ ພ້ອມທັງແບ່ງແຍກບົດບາດໜ້າທີ່ຄຸ້ມຄອງແຫ່ງລັດ ກັບ ບົດບາດໜ້າທີ່ຕາງໜ້າເຈົ້າຂອງກໍາມະສິດຂອງລັດ ຢູ່ ວິສາຫະກິດ.

        ສ່ວນທ່ານ ບົວສອນ ບຸບຜາວັນ ປາດຖະໜາຢາກຊອກຮູ້ປະສົບການໃນການປ່ຽນແປງໃໝ່ລັດວິສາຫະກິດ ແລະ ສ້າງບັນດາຮູບແບບເຮັດເສດຖະກິດລວມ, ສະຫະກອນ ແບບໃໝ່ຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ຮູບແບບເຮັດເສດຖະກິດພາຍໃນປະເທດ. ໃນຂອບເຂດການປະຕິບັດຢູ່ຫວຽດນາມຄັ້ງນີ້, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຈະມີການເຮັດວຽກກັບຄະນະເສດຖະກິດສູນກາງ ຫວຽດນາມ, ສະຖາບັນບັນດິດວິທະຍາສາດ ແລະ ສັງຄົມ, ຄະນະກໍາມະການຄຸ້ມຄອງງົບປະມານແຫ່ງລັດ ຢູ່ວິສາຫະກິດ ແລະ ບັນດາອົງການກ່ຽວຂ້ອງ ເພື່ອຊອກຮູ້ປະສົບການຈາກ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ