ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີີສິດເລືອກຕັ້ງ ຢູ່ ແຂວງຮ່າຕິ໊ງ

(VOVWORLD) - ຕອນບ່າຍວັນທີ 20 ເມສາ, ຢູ່ແຂວງຮ່າຕິ໊ງ ຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກສະພາແຫ່ງຊາດ ແຂວງ ຮ່າຕິ໊ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ໂດຍປຶກສາຫາລືກ່ຽວກັບວິສາຫະກິດໃນບໍລິເວນແຂວງ ເພື່ອແນໃສ່ຮັບເອົາບັນດາຂໍ້ສະເໜີ ສົ່ງເຖິງກອງປະຊຸມຄັ້ງທີ 7, ຊຸດທີ 14 ເຊິ່່ງຈະດໍາເນີນໃນເດືອນ ພຶດສະພາ 2019 ຈະມາເຖິງ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີີສິດເລືອກຕັ້ງ ຢູ່ ແຂວງຮ່າຕິ໊ງ - ảnh 1 ທ່ານຮອງນາຍົກລັດຖະມົນ ເວືອງດິ່ງເຫ້ວ ທີ່ການພົບປະ 

        ທີ່ການພົບປະ, ບັນດາຜູ້ມີີສິດເລືອກຕັ້ງ ໄດ້ລາຍງານກ່ຽວກັບສະພາບການກູ້ຢຶມເງິນລົງທຶນ ແລະ ການເຄື່ອນໄຫວຂອງບັນດາວິສຫະກິດ ກໍຄືສະເໜີຕໍ່ລັດຖະບານ ຄວບຄຸມບັນດານະໂຍບາຍສິນເຊື່ອເພື່ອໜູນຊ່ວຍບັນດາວິສາຫະກິດ. ຮັບເອົາບັນດາຄໍາເຫັນປະກອບ ແລະຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຂອງປະຊາຄົມວິສາຫະກິດ ຮ່າຕິງ ໃນຊຸມປີຜ່ານມາ, ທ່ານ ກໍໃຫ້ຮູ້ວ່າ ລັດຖະບານ ຈະສືບຕໍ່ບູລະນະນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອສ້າງສະພາບແວດລ້ອມສະດວກໃຫ້ບັນດາວິສາຫະກິດພັດທະນາ, ແມ່ນກໍາລັງໜູນຂອງເສດຖະກິດຂອງປະເທດຊາດ. ໃນເດືອນ ພຶຶດສະພາ 2019, ລັດຖະບານຈະປະກາດໃຊ້ ປື້ມປົກຂາວ ວິສາຫະກິດ ແລະ ຈະ ປະກາດໃຊ້ປະຈໍາປີ ເພື່ອປັບປຸງຄຸນນະພາບຂອງວິສາຫະກິດໃນແຕ່ລະປີ,ແຕ່ລະທ້ອງຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ