ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິງ ຢ້ຽມຢາມການາດາຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິງ ຢ້ຽມຢາມການາດາຢ່າງເປັນທາງການ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິງ​ມິ​ງ)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກາ​ນາ​ດາ John Baird, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິງ​ມິ​ງ, ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ກາ​ນາ​ດາ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 29 – 30/09. ທີ່ Ottawa, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ແລະ ມິດ​ຄະ​ພາບ​ລະຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ, ຍາວ​ນານ​ກັບ​ກາ​ນາ​ດາ ​ເປັນ​ສຳຄັນ; ສະ​ເໜີ​ໃຫ້ 2 ຝ່າຍ​ຈຶ່ງ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຕີ​ລາຄາ​ສູງ ​ແລະ ໜັບສະ​ໜູນ​ກາ​ນາ​ດາ ​ເອົາ​ໃຈ​ໃສ່, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ ພາກ​ພື້ນ ອາຊີ - ປາຊີ​ຝິກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Baird ຢືນຢັນ​ວ່າ, ກາ​ນາ​ດາ ຖື​ການ​ພັດທະນາ​ການພົວພັນກັບ​ຫວຽດນາມ ​ເປັນ​ສຳຄັນ ​ໃນ​ນະ​ໂຍບາຍ​ລວມ ສຳລັບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ; ​ເຫັນ​ດີ​ວ່າ 2 ຝ່າຍ​ຈະ​ສົມທົບ​ກັນ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ສິ້ນ​ສຸດ​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ການ​ຄ້າ ​ແລະ ພັດທະນາ​ກາ​ນາ​ດາ ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ.

        ທີ່​ການ​ພົບ​ລະຫວ່າງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ​ແລະ ​ທ່ານ​ລັດຖະມົນຕີ​ກະຊວງ​ພັດທະນາ ​ແລະ ປະຊາ​ຄົມ​​ໃຊ້​ພາສາ​ຝລັ່ງ Christian Paradis, ຢືນຢັນ​ວ່າ ກາ​ນາ​ດາ ສະໜັບສະໜູນ​ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະກິດ​ແຫ່ງ​ຊາດ​ຂອງ​ຫວຽດນາມ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ຂົງ​ເຂດ​ປະຕິ​ຮູບ​ລະບົບທະນາ​ຄານ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິ​ຂະໜາດ​ກາງ ​ແລະ ນ້ອຍ, ບຳລຸງ​ສ້າງ​ວິຊາ​ຊີບ… ທ່ີການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຄ້າ​ສາກົນ Ed Fast, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ສະ​ເໜີ​ໃຫ້​ລັດຖະບານ​ກາ​ນາ​ດາ ​ເປີດ​ກວ້າງ​ຕະຫຼາດ​ໃຫ້​ແກ່​ສິນຄ້າ​ຫວຽດນາມ ກວ່າ​ອີກ; ຮັບ​ຮູ້​ຫວຽດນາມ​ ມີ​ພື້ນຖານ​ເສດ​ຖະກິດ​ການ​ຕະຫຼາດ. ທ່ານ​ລັດຖະມົນຕີ Ed Fast ຢືນຢັນ​ວ່າ, ກາ​ນາ​ດາ ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຮັບ​ບຸລິມະສິດ​ຍຸດ​ທະ​ສາດ​ຂອງ​ກາ​ນາ​ດາ ກ່ຽວ​ກັບ​ດ້ານ​ການຄ້າ, ການ​ສຶກສາ.. ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ​​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ