ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບລັດຖະມົນຕີການຕ່າງປະເທດນອກແວແລະໄອແລນ

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 13 ຂອງເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ຢູ່ Nay Pyi Taw ປະເທດ ມຽນມາ, ວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວ ແລະ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ໄອແລນ.

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບລັດຖະມົນຕີການຕ່າງປະເທດນອກແວແລະໄອແລນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ  ພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວIne Eriksen Soreide

ພາບ:vietnam+

ເມື່ອພົບປະກັບລັດຖະມົນຕີການຕ່າງປະເທດ ນອກແວ Ine Eriksen Soreide, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ: ນອກແວ ສືບຕໍ່ຫນູນຊ່ວຍຫວຽດນາມ ຫັນເປົ້າໝາຍພັດທະນາສະຫັດສະວັດໃຫ້ປະກົດຜົນເປັນຈິງ ພິເສດແມ່ນດ້ານສາທາລະນະສຸກ, ການສຶກສາ, ນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ. ສ່ວນທ່ານລັດຖະມົນຕີ ການຕ່າງປະເທດ ນອກແວ Ine Eriksen Soreide ຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ  ແລະ ຢືນຢັນ: ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການເດີນທະເລ, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃຫມ່, ນ້ຳມັນອາຍແກສ, ລ້ຽງປູກສິນໃນນ້ຳ.

ທີ່ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ໄອແລນ Ciaran Cannon, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ກະຊວງການຕ່າງປະເທດສອງປະເທດ ສົມທົບກັນຢ່າງແຫນ້ນແຟ້ນເພື່ອຜັນຂະຫຍາຍຍຸດທະສາດການຮ່ວມມືໄລຍະ 2017-2020. 

ຕອບກັບ

ຂ່າວ/ບົດ​ອື່ນ