ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມອິດສະຣາແອນແລະສະໂລວາກີຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມອິດສະຣາແອນແລະສະໂລວາກີຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ

(vovworld)- ​​ແຕ່​ວັນ​ທີ 30/11-5/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ນຳ​ຫນ້າ​ຄະ​ນ​ະ​ຜູ​້​ແທນ​ຂັ້​ນ​ສູງ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ ອິດ​ສະ​ຣາ​ແອນ ແລະ ສະ​ໂລ​ວາ​ກີ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ອິດ​ສະ​ຣ​າ​ແອນ ແລະ ສະ​ໂລ​ວາ​ກີ. ຕາມ​ໂຄງ​ການ​ແລ້ວ, ຢູ່ ອິດ​ສະ​ຣາ​ແອນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ການ​ນຳ​ລັດ​ຖະ​ບານ ອິດ​ສະ​ຣາ​ແອນ, ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ​ກະ​ສິ​ກຳ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ໄປ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ຮູບ​ແບບ​ການ​ເຄື່ອນ​ໄຫວ, ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອ​ນ.

ໄປ​ຢ້ຽມ​ຢາມ ສະ​ໂລ​ວາ​ກີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຈະ​ມີ​ການ​ພົບ​ປະ​ຂັ້ນ​ສູງ​ກັບ​ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ສະ​ໂລ​ວາ​ກີ, ຕ້ອນ​ຮັບ​ກັບ​ນັກ​ທຸ​ລະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ສະ​ໂລ​ວາ​ກີຈຳ​ນ​ວນ​ຫນຶ່ງ ທີ່​ມີ​ຄວາມ​ສົນ​ໃຈ​ລົງ​ທຶນ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ