ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບອົງການກວດກາລັດຖະບານ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກກັບອົງການກວດກາລັດຖະບານ - ảnh 1
(ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ
ເຮັດວຽກກັບອົງການກວດກາລັດຖະບານ)

(vovworld)-​  ​ ທີ່​ການ​ເຮັດ​ວຽກກັບອົງ​ການກວດ​ກາ​ລັດ​ຖະ​ບານ, ໃນ​ຕອນ​ເຊົ້າ​ວັນ​ທີ 6/5 ຢູ່ ຮ່າ​ໂນ້ຍ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່ວາ​ບິ່ງ ສະ​ເໜີ​ຂະ​ແໜງກວດ​ກາຕ້ອງ​ສືບ​ຕໍ່​ສາ​ມັກ​ຄີ, ເພີ່ມ​ທະ​ວີ​​ປະ​ສິດ​ທິ​ຜາບ ແລະ ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ລັດ​ຖະ​ບານ ພ້ອມ​ທັງ​​ປະ​ຕິ​ບັດການ​ເຄື່ອນ​ໄຫວ​ວຽກ​ງານກວດ​ກາຢ່າງ​ໃກ້​ຊິດ, ຄຽງ​ຄູ່​ກັນ​ນັ້ນ​ກໍ່ສົມ​ທົບ​ກັບ​ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ເປັນ​ຕົ້ນ​ແມ່ນ​ຂະ​ແໜງກວດ​ສອບ​ບັນ​ຊີ ເພື່ອ​ຈຳ​ກັດ​ສະ​ພາ​ວະ​ຊ້ຳ​ຊ້ອນ​ກັນ ໃນ​ວຽກ​ງານກວດ​ກາ. ພ້ອມ​ກັນ​ນັ້ນ, ອົງ​ການກວດ​ກາ​ລັດ​ຖະ​ບານ ຕ້ອງ​ເປັ​ນ​ເສ​ນາ​ທິ​ການ ໃຫ້​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບບັນ​ດາ​ຂົງ​ເຂດການກວດ​ກາ, ແກ້​ໄຂ​ການຮ້ອງ​ທຸກ, ການ​ກ່າວ​ຟ້ອງ ແລະ ​ການຕ້ານ​​ສໍ້​ລາດ​ບັງຫຼວງ. ຂະ​ແໜງກວດ​ກາກໍ່​ຕ້ອງ​ຍົກ​ສູງ ​ທັກ​ສະວຽກ​ງານ, ໃກ້​ຊິດ​ຕິດ​ແທດກັບແຜນ​ການຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະມົນ​ຕີ ເພື່ອ​ຜັນ​ຂະ​ຫຍາຍ​ວຽກ​ງານກວດ​ກາຢ່າງ​ມີ​ວິ​ທະ​ຍາ​ສາດ, ໄຫວ​ພີບ ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການກວດ​ກາ, ຕັດ​ສິນ​ໃຈ​​ແກ້​ໄຂ​ການ​ລະ​ເມີດ. ຄຽງ​ຄູ່​ກັນ​ນັ້ນ, ຂະ​ແໜງກວດ​ກາ ຕ້ອງ​ປະ​ຕິ​ບັດບັນ​ດາ​ໂຄງການ​ຮ່ວມ​ມື​ສາ​ກົນ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນການ​ເຄື່ອນ​ໄຫວ​ວຽກ​ງານ​ ຕ້ານ​ການ​ສໍ້​ລາດ​ບັງຫຼວງ.

ຂ່າວ/ບົດ​ອື່ນ