ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເຮັດວຽກກັບ Clermont Group ກ່ຽວກັບການພັດທະນາທະນາຄານດີຈີຕອນ

(VOVWORLD) -ຕອນເຊົ້າວັນທີ 11 ທັນວາ ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບທ່ານ Richard F. Chandler ປະທານ ກຸ່ມບໍລິສັດ Clermont ຂອງສິງກະໂປ ພວມຫນູນຊ່ວຍທະນາຄານແຫ່ງລັດຫວຽດນາມ ສ້າງໂຄງປະກອບບັນດາອົງການການເງິນຢູ່ຫວຽດນາມຄືນໃຫມ່. 

ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ລັດຖະບານຫວຽດນາມ ພວມເອົາໃຈໃສ່ຊີ້ນຳການພັດທະນາລະບົບຊຳລະໃຫມ່ຢູ່ຫວຽດນາມ ເພື່ອຮັບໃຊ້ຄວາມຕ້ອງການຂອງບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນປະເທດ ແລະ ບັນດານັກລົງທຶນຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີປາດຖະຫນາວ່າ ຫວຽດນາມ ຢາກຮ່ວມມືກັບບັນດາວິສາຫະກິດຄື ກຸ່ມບໍລິສັດ Clermont ເພື່ອປະກອບສ່ວນເພີ່ມທະວີກຳລັງຄວາມສາມາດດ້ານການເງິນ, ເຮັດໃຫ້ບັນດາການເຄື່ອນໄຫວສິນເຊື່ອ, ການເງິນຂອງບັນດາທະນາຄານໃຫ້ມີຄວາມໂປ່ງໃສກວ່າ ແລະ ຮັບປະກັນຄວາມປອດໄພຖານຂໍ້ມູນຂອງຜູ້ນຳໃຊ້ບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ