ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວໃກ້ຈະໄປຢ້ຽມຢາມອາເມລິກາ,ບຣາຊີນ ແລະ ຈີເລ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ຈະໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 25-27 ມິຖຸນາປີ 2018

ແລະ ເຂົ້າຮ່ວມລາຍການການນຳຄຸ້ມຄອງຂັ້ນສູງຫວຽດນາມ ຢູ່ ມະຫາວິທະຍາໄລ Harvard ນະຄອນ Boston ສະຫະລັດ ອາເມລິກາ ແລະ ຢ້ຽມຢາມ ບຣາຊີນ ຢ່າງເປັນທາງການແຕ່ວັນທີ 2- 3 ກໍລະກົດປີ 2018, ຢ້ຽມຢາມ ຈີເລ ຢ່າງເປັນທາງການແຕ່ວັນທີ 5-6 ກໍລະກົດປີ 2018.

ການຢ້ຽມຢາມ ອາເມລິກາ ເພື່ອແນໃສ່ຮັກສາ ແລະ ຊຸກຍູ້ການພົວພັນດ້ານການທູດລະຫວ່າງສອງປະເທດ, ຢືນຢັນ ສານຂອງຫວຽນາມ ແມ່ນຍູ້ແຮງການຮ່ວມມືກັບ ອາເມລິກາ ຕາມຂອບເຂດຮ່ວມມືຮອບດ້ານ, ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນດ້ານເສດຖະກິດ ການຄ້າ, ການລົງທຶນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ສຳລັບ ບຣາຊີນ ຫວຽດນາມ ປາດຖະຫນາຢາກເພີ່ມທະວີການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ. ສຳລັບ ຈີເລ ຫວຽດນາມ ປາດຖະຫນາຢາກແລກປ່ຽນບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ, ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືສອງປະເທດໃນຂອບເຂດສອງຝ່າຍ ແລະ ຫລາຍຝ່າຍ. ຄາດວ່າ ໃນການຢ້ຽມຢາມບັນດາປະເທດດັ່ງກ່າວຢ່າງເປັນທາງການ, ສອງຝ່າຍຈະລົງນາມໃນຂໍ້ຕົກລົງ, ໂຄງການສຳຄັນບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ