ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ເຮັດວຽກກັບອົງການກວດສອບແຫ່ງລັດ

ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ເຮັດວຽກກັບອົງການກວດສອບແຫ່ງລັດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ​ ເວື​ອງດິ່ງ​ເຫ້

(vovworld) - ຕອນ​ເຊົ້າ​ວັນ​ທີ 17/1, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ເວື​ອງດິ່ງ​ເຫ້​ ມີ​ການເຮັດ​ວຽກ​ກັບ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ມີ​ຄວາມ​ເຫັນ​ຊີ້​ນຳ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ກ່ຽວ​ກັບ “ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ກຳນົດ​ຄຸນຄ່າ​ຂອງ​ລັດ​ວິ​ສາ​ຫະກິດ“. ປະຕິບັດ​ແຜນ​ຮ່າງ “ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ກຳນົດ​ຄຸນຄ່າ​ຂອງ​ລັດ​ວິ​ສາ​ຫະກິດ​ໄລຍະ 2011-2015“, ທົ່ວ​ປະ​ເທດ​ໄດ້​ຫັນ​ວິ​ສາ​ຫະກິດ 499 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ, ພາຍຫຼັງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ບັນດາ​ວິ​ສາ​ຫະກິດ​ ​ດຳ​ເນີນ​ທຸລະ​ກິດ​ລ້ວນ​ແຕ່ໄດ້​ຮັບ​ກຳ​ໄລ. ອົງການ​ກວດ​ສອບ​ແຫ່ງ​ລັດສະ​ເໜີ​ຕໍ່​ລັດຖະບານ ​ແລະ ບັນດາ​ກະຊວງ​ ຄົ້ນ​ຄ້ວາ, ​ເພີ່ມ​ເຕີມ, ປັບປຸງ​ຫຼາຍຂໍ້​ກຳນົດ, ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ສະກັດ​ກັ້ນ​ການ​ຮົ່ວ​ໄຫຼ​ແຫຼ່ງກຳລັງ​ຂອງ​ລັດ.

 

ຂ່າວ/ບົດ​ອື່ນ