ທ່ານຮອງປະທານCNRPKemSokhaຈະຮັບດຳລົງຕຳແຫນ່ງຮອງປະທານທີຫນຶ່ງສະພາແຫ່ງຊາດ

ທ່ານຮອງປະທານCNRPKemSokhaຈະຮັບດຳລົງຕຳແຫນ່ງຮອງປະທານທີຫນຶ່ງສະພາແຫ່ງຊາດ - ảnh 1
ທ່ານ Kem Sokha
photo:internet


(vovworld)- ທ່ານ​ຮອງ​ປະທານ​ພັກ ຝ່າຍ​ຄ້ານ ​ກູ້​ຊາດ​ ກຳ​ປູ​ເຈຍ (CNRP),​ ທ່ານ Kem Sokha ຈະ​ຮັບ​ດຳລົງ​ຕຳ​ແຫນ່​ງ​ເປັນ​ຮອງ​ປະທານ​ທີ​ຫນຶ່ງ​ສະພາ​ແຫ່​ງຊາດ ກຳປູ​ເຈຍ ອາຍຸ​ການ​ທີ 5. ຂ່າວ​ຄາວ​ດັ່ງກ່າວ​ຖືກ​ຍົກ​ອອກ ພາຍຫລັງ​ພັກ CNRP ​ແລະ ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຕິ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ໃນ​ການ​ເຈລະຈາ​ຂັ້ນ​ສູງ​ໃນ​ວັນ​ທີ 22/7. ຕາມ​ຂໍ້​ຕົກລົງ​ນີ້, ສອງ​ຝ່າຍ​ເຫັນ​ດີ​​ເປັນ​ເອກະສັນ ຈະພ້ອມ​ກັນ​ແບ່ງປັນ​ສິດ​ຊີ້​ນຳ​ນຳພາ​ຂອງສະພາ​ແຫ່ງ​ຊາດ ຕາມ​ທິດ CPP ດຳລົງຕຳ​ແຫນ່​ງປະທານ​ສະພາ​ແຫ່ງ​ຊາດ ​ແລະ ຮອງ​ປະທານ​ທີ​ສອງ​ສະພາ​ແຫ່ງ​ຊາດ,​​ ​ໃນ​ຂະນະນັ້ນ CNRP  ດຳລົງ​ຕຳ​ແຫນ່​ງຮອງ​ປະທານ​ທີ​ຫນຶ່ງ​​ສະພາ​ແຫ່​ງຊາດ. ນອກ​ນັ້ນ ​ແຕ່​ລະ​ພັກ ຈະ​ດຳລົງ​ຕຳ​ແຫນ່​ງຫົວຫນ້າ​ຂອງ 5 ກຳມາ​ທິການ​ໃນ​ສະພາ​ແຫ່ງ​ຊາດ.

 

ຂ່າວ/ບົດ​ອື່ນ