ທ່ານາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

ທ່ານາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບສະພາດຳເນີນທຸລະກິດອາເມລິກາ-ອາຊຽນ - ảnh 1
(ທ່ານາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບສະພາດຳເນີນທຸລະກິດອາເມລິກາ-ອາຊຽນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/05, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Keith Williams ນຳ​ໜ້າ, ທີ່ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸ​ກ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​​ເປັນ​ສຳ​ຄັ​ນການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ ໃນ​ຫຼາຍ​ດ້ານ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ຍາມ​ໃດ ຫວຽດ​ນາມ ​ກໍ​ເອົາ​ໃຈ​ໃສ່, ສ້າງ​ທຸກ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ​ເຂົ້າລົງ​ທຶນ, ທຳ​ມາ​ຫາ​ກິນ​ຢູ່​ຫວຽດ​ນາມ ແລ​ະ ສະ​ເໜີ​ໃຫ້​ສະ​ພາ​ດຳ​ເນີ​ນ​ທຸ​ລະ​ກິດ​ຮ່ວມ​ມື​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ບັນ​ລຸ​ໄ​ດ​້​ໝາກ​ຜົນ​ສູງ​ໃນ​ການ​ຮ່ວມ​ມື. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ໂຄງ​ການ​ເຊິ່ງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ຜັ​ນ​ຂະ​ຫຍາຍ​ຢູ່​ຫວຽດ​ນາມ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ​ສະພາ​ພ້ອມ​ກັບ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP; ຊົມ​ເຊີຍ​ສະພາ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ​ເພາະວ່າ ນີ້​ແມ່ນ​ກຳລັງ​ວິ​ສາ​ຫະກິດທີ່​ກວມ​ເອົາ​ສ່ວນ​ຫລາຍ; ຖື​ວ່າ: ຄວນ​ມີຫລາຍ​ຮູບ​ການ​ສົມທົບ​ກັນ​​ເປັນ​ຢ່າງດີ ​ແລະ ມີ​ປະສິດທິ​ຜົນ​ກັບ​ບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ອາ​ເມ​ລິ​ກາ​ໃຫ້ສັກ​ຕະຍາ​ບັນ​ສັນຍາ​ສະບັບ​ນີ້​ໂດຍ​ໄວ. ​

ຂ່າວ/ບົດ​ອື່ນ