ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ

(VOVWORLD) -ຕອນບ່າຍວັນທີ 20 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງດັ່ງກ່າວເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ແລະ  ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ຊົມເຊີຍບັນດາຜົນງານທີ່ສຳຄັນຊຶ່ງປະເທດລາວຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນແບບພິເສດຫວຽດນາມ-ລາວທີ່ນັບມື້ນັບພັດທະນາ, ໃນນັ້ນ ມີການປະກອບສ່ວນຢ່າງຕັ້ງໜ້າຂອງ ກະຊວງປ້ອງກັນຄວາມສະຫງົບລາວ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ສະເໜີ 2   ກະຊວງ ຈົ່ງສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ເພີີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນເພື່ອຕ້ານອາດຊະຍາກຳ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາໃນທຸກໆຂົງເຂດ.

      ສ່ວນທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຢືນຢັນວ່າ ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດຫວຽດນາມ ປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ ສັນຍາຮ່ວມມືລະຫວ່າງ 2 ກະຊວງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ