ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ກົມການເມືອງສູນກາງພັກ

(VOVWORLD) -ວັນທີ 15 ພຶດສະພາ 2019, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ ກົມການເມືອງສູນກາງພັກ ເພື່ອປະກອບຄໍາເຫັນ ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 12; ກອງປະຊຸມສະໄໝສາມັນຄັ້ງທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແລະ ບາງບັນຫາສໍາຄັນອື່ນໆ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ກົມການເມືອງສູນກາງພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກອງປະຊຸມສະພາແຫ່ງຊາດຈະມາເຖິງ ແມ່ນສໍາຄັນທີ່ສຸດ, ຄາດວ່າສະພາແຫ່ງຊາດຈະຮັບຮອງເອົາ ແລະ ໃຫ້ຄໍາເຫັນປະກອບກ່ຽວກັບຮ່າງກົດໝາຍຫຼາຍສະບັບ ແລະ ມະຕິບາງສະບັບ. ບັນດາວຽກງານທັງໝົດນັ້ນ ນອນໃນລາຍການ, ແຜນການ ເຊິ່ງບັນດາກໍາມະການກົມການເມືອງ, ຄະນະເລຂາສູນກາງທີ່ຮັບຜິດຊອບໃນຂົງເຂດນັ້ນ ຕ້ອງຊີ້ນໍາປະຕິບັດໃຫ້ເປັນຢ່າງດີ, ຮີບດ່ວນ, ຂາດຕົວ, ບໍ່ປະໃຫ້ແກ່ຍາວ, ຖ້າຫາກວ່າຍັງມີສິ່ງຄ້າງຄ້າ ຕ້ອງນໍາມາປຶກສາຫາລື, ຊອກຫາວິທີແກ້ໄຂຢ່າງທັນການ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ກົມການເມືອງ, ຄະນະເລຂາສູນກາງ ຈົ່ງຊີ້ນໍາທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ, ໝູ່ຄະນະ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ທັນການ ແລະ ຮັບປະກັນເພື່ອໃຫ້ບັນດາການເຄື່ອນໄຫວຂອງພັກ, ລັດ ຂອງ ລະບົບການເມືອງໃຫ້ລຸລ່ວງ, ກົມກ່ຽວກັນ ແລະ ມີປະສິດທິຜົນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ