ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນດ່າໜັງ

(VOVWORLD) -ໂສມໜ້າຂອງນະຄອນມີການປ່ຽນແປງຢ່າງໄວວາ. ດ່າໜັງແມ່ນນະຄອນທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຮູ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນດ່າໜັງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນດ່າໜັງ (ພາບ: TTXVN)

ໃນຕອນບ່າຍຂອງວັນທີ 13 ທັນວາ, ທີ່່ສຳນັກງານສູນກາງພັກ, ກົມການເມືອງໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນດ່າໜັງ, ສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິເລກທີ 33 ຂອງກົມການເມືອງ ກ່ຽວກັບການກໍ່ສ້າງແລະ ພັດທະນານະຄອນດ່າໜັງໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ.

ພາຍຫຼັງຮັບຟັງຄຳເຫັນຈາກບັນດາຜູ້ແທນ, ຕາງໜ້າໃຫ້ກົມການເມືອງກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ມະຕິເລກທີ 33 ຂອງກົມການເມືອງ ໄດ້ກະຕຸກຊຸກຍູ້ແຂວງດ່າໜັງມີບັນດາບາດກ້າວພັດທະນາຢ່າງແຮງ. ໂສມໜ້າຂອງນະຄອນມີການປ່ຽນແປງຢ່າງໄວວາ. ດ່າໜັງແມ່ນນະຄອນທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຮູ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນ. ບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງດ່າໜັງບັນລຸໄດ້ນັ້ນ ໄດ້ສ້າງພື້ນຖານ ແລະ ບ່ອນອີງເພື່ອໃຫ້ ດ່າໜັງສືບຕໍ່ພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.

ທ່ານເລຂາທິການໃຫຍ່, ປະທານປະເທດຮຽກຮ້ອງແຂວງດ່າໜັງ ຈົ່ງມານະຍາຍາມຈົນສຸດຄວາມສາມາດຂອງຕົນ ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ລະບົບການເມືອງ, ເສີມຂະຫຍາຍນ້ຳໃຈສາມັກຄີ, ປະຊາທິປະໄຕ, ຈັດຕັ້ງກົງຈັກຄືນໃໝ່, ປຸກລຸກນ້ຳໃຈແຂ່ງຂັນ, ນຳນະຄອນດ່າໜັງພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າອີກ.

ທີ່ການເຮັດວຽກ, ກົມການເມືອງເຫັນດີຢ່າງສູງຕໍ່ຄວາມຈຳເປັນຂອງການປະກາດໃຊ້ມະຕິສະບັບໃໝ່ເພື່ອຊີ້ນຳ, ນຳພາ ພັດທະນານະຄອນດ່າໜັງຮອດປີ 2030, ວິໄສທັດ ປີ 2045, ໂດຍຖືວ່າ ສິ່ງດັ່ງກ່າວແມ່ນແທດເໝາະກັບສະພາບການຕົວຈິງຂອງນະຄອນ, ໂດຍສະເພາະແມ່ນໃນຂະນະທົ່ວປະເທດພວມລົງມືສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2021 – 2030 ແລະ ວິໄສທັດຮອດປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ