ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ເຮັດວຽກັບຄະນະພັກນະຄອນຫາຍຟ່ອງ

(VOVWORLD) -ວັນທີ 13 ທັນວາ,  ກົມການເມືອງໄດ້ມີການເຮັດວຽກກັບຄະນະພັກນະຄອນຫາຍຟ່ອງ ເພື່ອ ສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິເລກທີ 32 ຂອງກົມການເມືອງຊຸດທີ 9 ກ່ຽວກັບການສ້າງສາ ແລະ ພັດທະນານະຄອນຫາຍຟ່ອງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ເຮັດວຽກັບຄະນະພັກນະຄອນຫາຍຟ່ອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະພັກນະຄອນຫາຍຟ່ອງ 

ພາຍຫຼັງຮັບຟັງຄະນະພັກນະຄອນຫາຍຟ່ອງລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິເລກທີ 32 ໃນຕະຫຼອດໄລຍະຜ່ານມາ; ວາງທິດທາງ, ບົດບາດໜ້າທີ່ໃຫ້ແກ່ໄລຍະຈະມາເຖິງ ແລະ ຕັ້ງຂໍ້ສະເໜີ ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມເຫັນດີເຫັນພ້ອມພາຍໃນພັກ, ມີກຳລັງແຮງ, ມີພື້ນຖານໂຄງລ່າງ, ດ້ວຍກົນໄກທີ່ກະທັດລັດ ແລະບົນພື້ນຖານພິຈາລະນາຢ່າງຮອບດ້ານ, ດ້ານໃດຍັງອ່ອນຕ້ອງສຸມຈິດສຸມໃຈກວ່າ, ດ້ານໃດພັດທະນາຄວນສືບຕໍ່ເສີມຂະຫຍາຍ, ແຂວງຫາຍຟ່ອງຈະບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ.

ໂດຍເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີແນະຂອງນະຄອນຫາຍຟ່ອງ, ໃນນັ້ນມີການນຳໃຊ້ກົນໄກສະເພາະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ໃສ່ໃຈວ່າ ນະໂຍບາຍສະເພາະ ຄວນສຸມໃສ່ບັນດາຂົງເຂດລະອຽດ, ບັນດາຂົງເຂດທີ່ປະເທດຄວນສົ່ງເສີມພັດທະນາ ແລະຮັບປະກັນປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ.

ທີ່ການເຮັດວຽກ, ກົມການເມືອງໄດ້ເຫັນດີກັບບັນດາທັດສະນະ ແລະ ເປົ້າໝາຍລະອຽດຮອດປີ 2025 ແລະ ປີ 2030, ວິໄສທັດຮອດປີ 2045 ທີ່ໄດ້ຍົກອອກໃນບັນດາບົດລາຍງານ ໂດຍພື້ນຖານ, ພ້ອມກັນນັ້ນ ກໍເຫັນດີຢ່າງສູງ ຕໍ່ການປະກາດໃຊ້ມະຕິສະບັບໃໝ່ ເພື່ອຊີ້ນຳ, ນຳພາ ພັດທະນານະຄອນຫາຍຟ່ອງຮອດປີ 2030, ວິໄສທັດ ປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ