ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງອວຍພອນບຸນເຕັດ ທະຫານປ້ອງກັນຊາຍແດນ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງອວຍພອນບຸນເຕັດ ທະຫານປ້ອງກັນຊາຍແດນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ້​ຈ້ອງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ພະ​ນັງ​ການ, ນັກ​ຮົບ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ

(vovworld)- ຕອນ​ເຊົ້​າ​ວັນ​ທີ 20/1, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ ມູ​ນິດ​ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຫງວຽນ​ຟູ້​ຈ້ອງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ​ພະ​ນັງ​ການ, ນັກ​ຮົບ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມຫງວຽນ​ຟູ້​ຈ້ອງ ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຊຶ່ງ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນຍາດ​ມາ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ ມູ​ນິດ​ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຫງວຽນ​ຟູ້​ຈ້ອງ ຫວັງ​ວ່າ ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ເປັນ​ແກ່ນ​ສານ​ຮັບ​ໃຊ້​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ສະ​ຫງົບ​ຊາຍ​ແດນ, ເຂດ​ທະ​ເລ​ໝູ່​ເກາະ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ, ຕໍ່​ສູ້​ຕ້ານ​ອາດ​ສະ​ຍາ​ກຳ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ.
ຂ່າວ/ບົດ​ອື່ນ