ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ - ảnh 1
(ທ່າ​ນ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ພົບ​ປະ​ເຈລະຈາ​ກັບ​
ທ່ານ​ປະທານ​ສະພາ​ແຫ່ງ​ສາທາລະນະ​ລັດ ​ເບ​ລາຣຸດ)


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 28/11, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ໄດ້ເດີນທາງ​ກັບ​ເມືອ​ຮອດຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສ.​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີ​ນຂອງ​ທ່ານ​ປະທານາທິບໍດີ​ສ.​ເບ​ລາຣຸດ Lucashenko. ​ໃນ​ໂທລະ​ເລກ​ຂອບ​ໃຈ​​​ທີ່​ຝາກ​ເຖິງທ່ານ​ປະທານາທິບໍດີ​ ​ເບ​ລາຣຸດ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບປະ​ເທດ​ທີ່​ສວຍ​ງາມ, ສັນຕິ​ສຸກ, ປະຊາຊົນ​ຊາວ​ເບ​ລາຣຸດ ທີ່ມີ​ໃຈດີ, ​ໃກ້ຊິດ​ສະໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ ​ແລະ ນັບ​ມື້​ນັບ​ພັດທະນາ. ທ່ານ​ເລຂາທິການ​ໃຫຍ່ ​ເຊື່ອ​ໝັ້ນ​ວ່າ, ໝາກຜົນ​ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການຮ່ວມ​ມືຮອບດ້ານ​ລະຫວ່າງ​ຫວຽດນາມ - ​ເບ​ລາ​ຮຸດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

     ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 27/11, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ Minsk, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ພົບ​ປະ​​ແລກປ່ຽນ​ຄຳ​ເຫັນກັບ​ທ່ານ Anatoly N. Bi Rubinov, ປະທານ​ສະພາ​ສູງ​ເບ​ລາຣຸດ ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. 2 ຝ່າຍ ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ: ການ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​​ມີ​ທີ່​ຕັ້ງ​ສຳຄັນ​ຫຼາຍ​ໃນການພັດທະນາການ​ພົວພັນ​ຮ່ວມ​ມື​ຍາວ​ນານ, ໝັ້ນຄົງ​ໃນ​ທຸກ​ຂົງ​ເຂດລະ​ຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ. 2 ຝ່າຍ ​ໄດ້​ເນັ້ນ​ໜັກ​ວ່າ: ຄວນສືບ​ຕໍ່ປະຕິບັດ​ຂໍ້​ຕົກລົງ​​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ເບ​ລາຣຸດ (​ເດືອນ 4/2009), ​ເຊິ່ງ​ແມ່ນພື້ນຖານ​ນິຕິ​ກຳ​ສຳຄັນ​ໃຫ້ການ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ ລະຫວ່າງ​ອົງການ​ນິຕິບັນຍັດ 2 ປະ​ເທດຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ທັງ​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງສະພາ​ແຫ່ງ​ຊາດ 2 ປະ​ເທດກ່ວາ​ອີກ… 2 ຝ່າຍ​ຖື​ວ່າ: ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ຫວຽດນາມ-​ເບ​ລາຣຸດ ​ແລ​ະ ກຸ່ມ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ເບ​ລາຣຸດ ຄວນຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ​ເພື່ອ​ສວມ​ບົດ​ບາດ​ແມ່ນ​ຂົວ​ຕໍ່​ທີ່​ຕັ້ງໜ້າ​ໃຫ້​ທຸກ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ.

      ​    ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ຫວຽ​ດນາມ ​ຫງວຽນ​ຟຸຈ້ອງ ​ແລະ ຄະນະຜູ້​ແທນຂັ້ນ​ສູງ​ຫວຽດນາມ​ໄດ້​​ໄປ​ຢ້ຽມຢາມ​ໂຮງງານຜະລິດ​ລົດ​​ໂອ​ໂຕ Minsk (MAZ). ​ໄປ​ຢ້ຽມຢາມຫໍພິພິຕະພັນ​ປະຫວັດສາດ​ສົງຄາມ​ປ້ອງ​ກັນຊາ​ດອັນ​ຍິ່ງ​ໃຫຍ່.

          ທ່ານ​ເລຂາທິການ​ໃຫຍ່​ຫວຽ​ດນາມ ​ຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ກໍ່​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ ​ເບ​ລາຣຸດ-ຫວຽດນາມ ​ແລະ ບັນດາ​ນັກຮົບ​ເກົ່າ ​ເບ​ລາຣຸດ ​ທີ່ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ.

           ​ແລະ​ກໍ່​ໃນວັນ​ທີ 27/11, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮຸຍ​ຮ່ວາງ ​​ໄດ້ເຮັດ​ວຽກ​ກັບຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ​ ​ເບ​ລາຣຸດ-ຫວຽດນາມ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ບຸ​ຍວັນນາ​ມ ​ໄດ້​ເຮັດ​ວຽກ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ເບ​ລາຣຸດ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຈືອງ​ກວາງ​ແຄ໋ງ ​ໄດ້​ເຮັດ​ວຽກ​ກັບ​ວິທະຍາຄານ​ການ​ທະຫານ ​ເບ​ລາຣຸດ.

ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ແລະ ສ. ເບ​ລາ​ຣຸດ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແມ່ນ​ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ແລະ ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ເບ​ລາ​ຣຸດ ຢ່າງ​ແຮງ ແລະ ເລິກ​ເຊິ່ງ​ກ່​ວາ​ອີກ. ນັ້ນ​ແມ່ນ​ຄຳຢັ້ງ​ຢືນ​ຂອງ​ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນກ່ຽວ​ກັບ​ໝາກ​ຜົ​ນ​ຂອງ​ການ​ຢ້ຽມ​ຢາມ. ທ່ານ ຮ່​ວາງ​ບິ່ງ​ກວນ ໃຫ້​ຮູ້​ວ່າ: ທັງ ລັດ​ເຊຍ ແລະ ເບ​ລາ​ຣຸດ ລ້ວ​ນ​ແຕ່​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ: ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ເນັ້​ນ​ໜັກ ຫວຽດ​ນາມ ມີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັ​ນ​ອອກ​ສ່ຽງ​ໃຕ້​ເວົ້າ​​ສະ​ເພາະ ແລະ ອາ​ຊີ ເວົ້າ​ລວມ. ຫວຽດ​ນາມ ເຫັນ​ດີ​ເປັນ​ເອ​ກະ​ສັນ​ພ້ອມ​ກັບ ລັດ​ເຊຍ, ເບ​ລາ​ຣຸດ ຍູ້​ໄວ​ການ​ເຈ​ລະ​ຈາ​ເພື່ອ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ສຳ​ພັນ​ທ​ະ​ມິດ​ພາ​ສີ​ໃນ​ປີ 2015, ​ເຊິ່ງ​ແມ່ນປັດ​ໄຈ​ສຳ​ຄັນ​ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ລັດ​ເຊຍ, ເບ​ລາ​ຣຸດ ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ການນ​ຳ ຫວຽດ​ນາມ ແລະ ລັດ​ເຊຍ, ເບ​ລາ​ຣຸດ ລ້ວນ​ແຕ່​ເນັ້​ນ​ໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ເຊິ່ງ​ລວມ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ສະ​ໜັບ​ສະ​ໜູນ​ເລື່ອງ​ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນແລະ ບັນ​ລຸ​ໄດ້​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ​ະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ຂ່າວ/ບົດ​ອື່ນ