ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ


ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ - ảnh 1


(vovworld) ວັນ​ທີ 23/11, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​ດນາມ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ, ​ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແມ່​ນຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດິສະຫະພັນ​ລັ​ດ​ເຊຍ Valdimir Putin ​ແລະ ທ່ານ​ປະທານາທິບໍດີ ສ. ​ເບ​ລາຣຸດ Alexander Lukadhenko.
        ກອນໜ້ານັ້ນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ຢືນຢັນ​​ໃນ​ການ​ຕອບ​ສຳ​ພາດ​ສຳນັກ​ຂ່າວສານ​ລັດ​ເຊຍ TASS, ກ່ອນ​ເດີນທາງ​ໄປ​ຢ້ຽມຢາມ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 23 - 26/11 ວ່າ:  ສະຫະພັນ​ລັດ​ເຊຍ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ດັບ​ໜຶ່ງ​ຂອງຫວຽດນາມ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ສະຫະພັນລັດ​ເຊຍ ຢ່າງ​ເປັນ​ທາງ​ການ ຖືກ​ດຳ​​ເນີນ​​ໄປ​ໃນ​ສະພາບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ພວມ​ພັດທະນາ​ຢ່າງ​ດີງາມ​. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ພ້ອມ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ບັນດາ​ການ​ນຳ​ສະຫະພັນ​ລັດ​ເຊຍ ຈະ​ຕີ​ລາຄາບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ; ​ແລກປ່ຽນ​ບັນດາ​ທິດ​ທາງ​ຮ່ວມ​ມື ​ແລະ ມາດ​ຕະການ​ລະອຽດ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ; ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ລະຫວ່າງ 2 ປະ​ເທດ… ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ລັດ​ເຊຍ ​ໃຫ້​ສືບ​ຕໍ່​ພັດທະນາ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື 2 ຝ່າຍ​ກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ປະ​ກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ສັນຕິພາບ, ວັດທະນາ​ຖາວອນ​ຂອງພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ປີ 2015, ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ, 2 ປະ​ເທດ ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ແຮງ ​ແລະ ຮ່ວມ​ມືຄົບ​ຊຸດ​ໃນ​ບັນດາ​ຂົງ​ເຂດ​ຄື: ກາ​ນ​ເມືອງ - ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ - ບຳລຸງ​ສ້າງ… ​ເພື່ອ​ສອດຄ່ອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ສ້າງ​ພື້ນຖານ​​ເພື່ອ​ປັບປຸງ ​ແລະ ພັດທະນາການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຕັ້ງ​ໜ້າ​ຊຸກຍູ້​ການ​ພົວພັນຄູ່​​ເຈລະຈາ ​ແລະ ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ສະຫະພັນ​ລັດ​ເຊຍ ​ໃນ​ບັນດາ​ຂອບ​ເຂດ ​ແລະ ກົນ​ໄກ​ຮ່ວມ​ມື, ​ເພື່ອ​ໃຫ້​ລັດ​ເຊຍ ກາຍ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ.

ຂ່າວ/ບົດ​ອື່ນ