ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳນະຄະພັກນະຄອນ ຮ່າໂນ້ຍ

(VOVWORLD) - ທີ່ຕັ້ງ, ບົດບາດສຳຄັນພິເສດຂອງນະຄອນຫລວງ ຮ່າໂນ້ຍ ແມ່ນໃຈກາງການເມືອງ, ບໍລິຫານແຫ່ງຊາດ, ແມ່ນໂສມໜ້າຂອງປະເທດ, ແມ່ນແຫ່ງເຕົ້າໂຮມຄຸນຄ່າດ້ານຈິດໃຈດົນນານທີ່ສຸດ, ໃຫຍ່ສຸດຂອງປະເທດຊາດ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳນະຄະພັກນະຄອນ ຮ່າໂນ້ຍ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ 

ວັນທີ 20 ຕຸລາ, ທີ່ສຳນັກງານສູນກາງພັກ, ກົມການເມືອງໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ, ສະຫລຸບ 5 ປີແຫ່ງການປະຕິບັດມະຕິຂອງກົມການເມືອງກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນຫລວງ ຮ່າໂນ້ຍ ໄລຍະປີ 2011 – 2020. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເປັນປະທານການເຮັດວຽກ.

        ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ທີ່ຕັ້ງ, ບົດບາດສຳຄັນພິເສດຂອງນະຄອນຫລວງ ຮ່າໂນ້ຍ ແມ່ນສູນການເມືອງ, ບໍລິຫານແຫ່ງຊາດ, ແມ່ນໂສມໜ້າຂອງປະເທດ, ແມ່ນແຫ່ງເຕົ້າໂຮມຄຸນຄ່າດ້ານຈິດໃຈດົນນານທີ່ສຸດ, ໃຫຍ່ສຸດຂອງປະເທດຊາດ. ທ່ານເລຂາທິການໃຫຍ່ໃສ່ໃຈວ່າ ຮ່າໂນ້ຍ ຄວນເອົາໃຈໃສ່ເປັນພິເສດເຖິງການຮັກສາກົດລະບຽບວິໄນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄຸ້ມຄອງການກໍ່ສ້າງ, ວາງແຜນຜັງ…ທ່ານເລຂາທິການໃຫຍ່ກໍ່ຊີ້ແຈ້ງວ່າ: ຮ່າໂນ້ຍ ຄວນເປັນເຈົ້າການກ່ວາອີກ, ສົມທົບ, ຍາດແຍ່ງການໜູນຊ່ວຍຂອງບັນດາອົງການ, ຄະນະ, ຂະແໜງສູນກາງ, ກໍ່ຄືບັນດາທ້ອງຖິ່ນຫລາຍກ່ວາອີກ ເພື່ອບືນຕົວຂຶ້ນຢ່າງແຮງກ່ວາອີກ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳນະຄະພັກນະຄອນ ຮ່າໂນ້ຍ - ảnh 2 ກົມການເມືອງໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ

ຕອບກັບ

ຂ່າວ/ບົດ​ອື່ນ