ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທງຮ໋ວາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທງຮ໋ວາ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ເຮັດ​ວຽກ​ຢູ່​ແຂວງ ​ແທງ​ຮ໋ວາ
(ພາບ: qdnd.vn)


(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ແທງ​ຮ໋ວາ, ຕອນ​ເຊົ້າ​ວັນ​ທີ 01/08, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ລົງ​ຢ້ຽມຢາມ​​ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ເສດຖະກິດ ງີ​ເຊີນ.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ​້ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ແທງ​ຮ໋ວາ, ຂອງ​ບັນດາ​ພະນັກງານ, ນັກວິສາວະກອນ, ຜູ້​ຊ່ຽວຊານ ​ແລະ ກຳມະກອນທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ກາ​ນສ້າງ​ບັນດາ​ກິດຈະກຳ, ​ໂຮງງານ​ຂຶ້ນ​ກັບ​ເຂດ​ເສດຖະກິດ​ງີ​ເຊີນ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ແລ້ວ, ກົມ​ກາ​ນ​ເມືອງ ​ແລະ ສູນ​ກາງໄດ້​ຕີ​ລາຄາ​ວ່າ ​ເຂດ​ເສດຖະກິດ​ງີ​ເຊີນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ເສດຖະກິດ​​ແຄມທະ​ເລ​ຈຸດ​ສຸມຂອງ​ທົ່ວ​ປະ​ເທດ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ແຂວງ​ແທງ​ຮ໋ວາ ​ແລະ ​ເຂດ​ທິດ​ເໜືອ​ພາກ​ກາງ ຕາມ​ທິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ​ດ້ວຍ​ຫຼາຍ​ຂະ​ແໜງ, ຂົງ​ເຂດ. ທ່ານ​ເລຂາທິການ​ໃຫຍ່ ປາດ​ຖະໜາ​ວ່າ ​ແຂວງແທງ​ຮ໋ວາ ຈະສ້າງເງື່ອນໄຂເພື່ອໃຫ້​ເຂດ​ເສດຖະກິດ​ງີ​ເຊີນ ພັດທະນາ​ຢ່າງ​ໄວ, ໝັ້ນຄົງ​​, ບັນລຸ​ປະສິດທິ​ຜົນ​ສູງເທື່ອ​ລະ​ກ້າວ,  ຈາກ​ນັ້ນ​ສ້າງ​ຄວາມ​ບຸກທະລຸ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ