ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບເລຂາທິການໃຫຍ່ສປຊ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບເລຂາທິການໃຫຍ່ສປຊ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບເລຂາທິການໃຫຍ່ສປຊ)


​(vovworld) – ຕອນ​ບ່າຍ​ວັນ​ທີ 22/05, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທີ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ພ້ວມຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຢູ່ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍ​າມຂອງ​ທັງ​ລະບົບ​ສະຫະ​ປະຊາ​ຊາດ ​ແລະ ຂອງ​ທ່ານ Ban Ki moon ບົນ​ພື້ນຖານ 3 ​ເສົ້າ​ຄ້ຳ ​ແມ່ນ ສັນຕິພາບ - ຄວາມ​ສະຫງົດ​ປອດ​ໄພ, ການ​ພັດທະນາ ​ແລະ ຮັບປະກັນ​ສິດ​ທິ​ມະນຸດ; ຮັບ​ຮູ້​​ຂໍ້​ລິ​ເລີ່​ມ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂບັນດາ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ, ປັບປຸງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ​ຖື​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ Ban Ki moon ​ໄດ້​ສວມ​ບົດບາດ​ສຳຄັນ​​ເຂົ້າໃນ​ການ​ຊຸກຍູ້ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ສະຫະ​ປະຊາ​ຊາດ​ຍິ່ງກວ່າ​ອີກ.

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ, ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ; ຢືນຢັນ​ຄຳ​ໝັ້ນສັນຍາ​ຂອງ​ລະບົບ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການສະມາຊິກ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປະຕິບັດ​ບັນດາ​​ເປົ້ທໝາຍ​ສະຫັດສະ​ວັດ ​ແລະ ບັນດາ​​ເປົ້າໝາຍ​ພັດທະນາ​​ແບບ​ຍື່ນຍົງ​ພາຍຫຼັງ​ປີ 2015 ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ