ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,ອວຍພອນປີໃໝ່ອົງຄະນະພັກ,ອຳນາດການປົກຄອງ,ປະຊາຊົນແຂວງຮືງອຽນ

(VOVWORLD) -ໃນບັນຍາກາດທົ່ວປະເທດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍປະເທດຊາດປ່ຽນແປງໃໝ່, ຕອນເຊົ້າວັນທີ 19 ກຸມພາ (ກົງກັບວັນທີ 4 ບຸນເຕັດປີຈໍ)

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,ອວຍພອນປີໃໝ່ອົງຄະນະພັກ,ອຳນາດການປົກຄອງ,ປະຊາຊົນແຂວງຮືງອຽນ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມ,ອວຍພອນປີໃໝ່

ອົງຄະນະພັກ,ອຳນາດການປົກຄອງ,ປະຊາຊົນແຂວງຮືງອຽນ

(ພາບ: daibieunhandan.vn)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງຮືງອຽນ ແລະ ເຂົ້າຮ່ວມພິທີປຸດລະດົມວັດບຸນປູກຕົ້ນໄມ້ລະດູບານໃໝ່ປີຈໍ 2018. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາ ແລະ ເຊື່ອໝັ້ນວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຮືງອຽນ ສືບຕໍ່ສາມັກຄີ, ສູ້ສົນ, ເສີມຂະຫຍາຍມູນເຊື້ອ ແລະ ບັນດາຜົນງານ, ບົດຮຽນທີ່ບັນລຸໄດ້, ສ້າງແຂວງຮືງຮຽນ ໃຫ້ນັບມື້ນັບພັດທະນາ, ຮັ່ງມີເຂັ້ມແຂງ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ກຳມະກອນບໍລິສັດຫຸ້ນສ່ວນຕ່ຳແຜ່ນຕັດຫຍິບ ຮືງລອງ 2 ແລະ ມອບຂອງຂວັນໃຫ້ບັນດາກຳມະກອນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ