ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງເຖິງປັກກິ່ງເລີ່ມຕົ້ນການຢ້ຽມຢາມສປຈີນຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງເຖິງປັກກິ່ງເລີ່ມຕົ້ນການຢ້ຽມຢາມສປຈີນຢ່າງເປັນທາງການ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽນ​ຟູ໋​ຈ້ອງ ແລະ
ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ)


(vovworld) –  ຕອນ​ທ່ຽງ​ວັນ​ທີ 12/1 ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫວຽນ​ຟູ໋​ຈ້ອງ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສ​ປ​ຈີນ​ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​​ຈີນ, ປະ​ທານ​ປະ​ເທດ​ ສ​ປ​ຈີນ ສີ​ຈີ້ນ​ຜິງ . ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫວຽນ​ຟູ໋​ຈ້ອງ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ຢູ່​ສະ​ໜາມ​ບິນ​ປັກ​ກິ່ງ ມີ​ທ່ານ ຊຸງ​ເທົາ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຈີນ ປະ​ຈຳ​ຫວຽດ​ນາມ ຄຸງ​ແຊວ​ຢູງ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ ດັ້ງ​ມິງ​ຄອຍ ພ້ອມ​ກັບ​ພະ​ນັກ​ງານ, ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ປະ​ຕິ​ບັດ​ງານ, ຮ່ຳ​ຮຽນ​ຢູ່​ຈີນ​ເປັນ​ຈໍ​າ​ນວນຫຼວງຫຼາຍ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ກົງ​ກັບ 2 ປະ​ເທດ​ພວມ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 67 ປີ ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ-ຈີນ, ປະ​ຊາ​ຊົນ 2 ປະ​ເທດ​ພວມ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽນ​ຟູ໋​ຈ້ອງ ມີ​ຄວາມ​ໝາຍ​ສຳ​ຄັນ, ກຳ​ນົດ​ທິດ​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ຍາວ​ນານ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ-ຈີນ.

ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຈີ​ນ ຕາ​ມ​ພິ​ທີ​ການ​ສູງ​ສຸດ​ສະ​ຫງ​ວ​ນ​ໃຫ້​ແກ່​ປະ​ມຸກ​ລັດ.  ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ເປັ​ນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຈີນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຂັ້ນ​ສູງ. 

ຕອນ​ບ່າຍ​ວັນ​ດຽວ​ກັນ, ພາຍ​ຫລັງ​ສິ້ນ​ສຸດ​ການ​ເຈ​ລະ​ຈ​າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ໄດ້​ເປັນ​ສັກ​ຂີ​ພີ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 15 ສະ​ບັບ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ. ໃນ​ນັ້ນ​ມ​ີ​ ຂ​ໍ້​ຕົກ​ລົງ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ກັບ​ສູນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​​ລັດ​ຖະ​ບານ​ຈີນ, ວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຮອດ​ປີ 2025, ສັນ​ຍາ​ແມ່​ການ​ຮ່ວມ​ມື​ດ່ານ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ກົມ​ໃຫຍ່​ພາ​ສີ​ຈີນ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໄລ​ຍະ 2017-2021 ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ກົນ​ຈີນ. 


ຂ່າວ/ບົດ​ອື່ນ