ທ່ານເລຂາທິການໃຫຍ່ອວຍພອນປີໃໝ່ຫ້ອງວ່າການສູນກາງພັກ

ທ່ານເລຂາທິການໃຫຍ່ອວຍພອນປີໃໝ່ຫ້ອງວ່າການສູນກາງພັກ - ảnh 1
ທ່ານເລຂາທິການໃຫຍ່ອວຍພອນປີໃໝ່ຫ້ອງວ່າການສູນກາງພັກ
(ພາບ: TTXVN)

​(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ຕອນ​ບ່າຍ​ວັນ​ທີ 24/1, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ສ້າງສັນ ​ແລະ ​ອວຍພອນ​ປີ​ໃໝ່​ພະນັກງານ, ພາລະ​ກອນຫ້ອງ​ວ່າການ​ສູນ​ກາງ​ພັກ. ທີ່​ການ​ພົບ​ປະ, ຕາງໜ້າ​ກົມ​ການ​ເມືອງ, ຄະນະ​ເລຂາ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງພະນັກງານ, ລັດຖະກອນ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ບັນລຸ​ໄດ້​ໃນ​ວຽກ​ງານ​ເປັນ​ເສນາ​ທິການ, ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ໃນ​ປີ 2016. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃສ່​ໃຈ​ວ່າ, ​ໃນ​ປີ 2017, ສະພາບ​ການ​ປະ​ເທດ​ຊາດ​ຍັງ​ປະສົບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ​ເມື່ອ​ທຽບ​ໃສ່​ຄວາມ​ຕ້ອງການ​ແມ່ນ​ຍັງ​ມີ​ຫຼາຍ​ວຽກ​ຕ້ອງ​ເຮັດ. ຫ້ອງ​ວ່າການ​ສູນ​ກາງ​ພັກ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ, ຍົກ​ສູງ​ຄວາມ​ສາມາດ​ຄາດ​ຄະ​ເນ, ​ເປັນ​ເຈົ້າ​ການ​ກຳ​ເອົາ​ສະພາບ​ການ, ຍົກ​ສູງ​ສະມັດ​ຕະພາບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ອວຍພອນ​ພະນັກງານ, ກຳມະກອນ, ພາລະ​ກອນ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ພ້ອມ​ດ້ວຍ ຄອບຄົວ ປີ​ໃໝ່​ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ, ປະສົບ​ຜົນສຳ​ເລັດ, ສ້າງ​ຜົນງານ​ໃໝ່​ທີ່​ດີ​ເດັ່ນຫຼາຍ​ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ