ທ່ານເລດຶກແອງ ອະດີດປະທານປະເທດຫວຽດນາມເຖິງແກ່ມໍລະນະກຳ

(VOVWORLD) - ຕາມຂ່າວຈາກຄະນະຮັກສາ ແລະ ເບິ່ງແຍງສຸຂະພາບພະນັກງານສູນກາງແລ້ວ, 

ທ່ານ ເລດຶກແອງ ເກີດປີ 1920, ອະດີດກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ຫວຽດນາມ ພາຍຫລັງເຈັບເປັນມາເປັນໄລຍະຫນຶ່ງ, ເຖິງວ່າໄດ້ຮັບຄວາມເອົາໃຈໃສ່, ປິ່ນປົວຢ່າງສຸດຈິດສຸດໃຈຈາກ ພັກ, ລັດ, ໝູ່ຄະນະ ສາດສະດາຈານ, ທ່ານໝໍ ແລະ ການເບິ່ງແຍງດູແລຈາກຄອບຄົວ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ ທ່ານໄດ້ເຖິງແກ່ມໍລະນະກຳໃນເວລາ 20 ໂມງ 10 ນາທີ ຂອງວັນທີ 22 ເມສາ ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ