ທ່ານເລຮົ່ງແອງຜູ້ປະຈຳຄະນະເລຂາຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແລະລັດລາວ

ທ່ານເລຮົ່ງແອງຜູ້ປະຈຳຄະນະເລຂາຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແລະລັດລາວ - ảnh 1
ທ່ານ ເລ​ຮົ່ງ​ແອ​ງ ແລະ ​ທ່ານ ບຸນ​ຍັງ ວໍລະ​ຈິດ
(ພາບ: andang/TTXVN)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 3/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ເລ​ຮົ່ງ​ແອ​ງ ຜູ້ປະຈຳ​ຄະນະ​ເລ​ຂາ ​ເລ​ຮົ່ງ​ແອ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ ​ແລະ ລັດ ລາວ ​ໂດຍ​ທ່ານ ບຸນ​ຍັງ ວໍລະ​ຈິດ, ກຳມະການ​ກົມ​ການ​ເມືອງ, ປະຈຳ​ຄະນະ​ເລຂາ, ຮອງ​ປະທານ​ປະ​ເທດ ລາວ ນຳ​ໜ​້າ ມາ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອ​ນສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ຮົ່ງ​ແອ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ, ປະຊາຊົນ ລາວ ອ້າຍ​ນ້ອງ​ຈະ​ປະຕິບັດ​ບັນດາ​ຄາດໝາຍ ​​ທີ່​ກອງ​ປະຊຸມ​ໃຫຍ່ ຊຸດ​ທີ 9 ​ໄດ້ວາງ​ອອກຢ່າງ​ມີ​ໄຊ; ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ຢ່າງ​ສຳ​ເລັດ​ຜົນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງພັກ. ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ ລາວ ຮັກສາ, ​ເພີ່ມ​ພູນ​ຄູນ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ​ກ່ຽວ​ກັບ​ການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ, ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳຄ່າ​ຂອງ 2 ພັກ, 2 ຊົນ​ຊາດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​​ໄຈ​ທີ່​ຕັດສິນ​ຊີ້ຂາດໄຊຊະນະ​ຂອງ​ການ​ປະຕິວັດ​ຢູ່​ແຕ່ລະ​ປະ​ເທດ.

ສ່ວນ​ທ່ານ ບຸນ​ຍັງ ວໍລະ​ຈິດ ກໍ​ຢືນຢັນ​ວ່າ: ພັດ, ລັດ ​ແລະ​ ປະຊາຊົນ ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ ຫວຽດນາມ ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງໃຫ້ການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ​​ໃນ​ທຸກ​ຂົງ​ເຂດເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດ​ທິຜົນ ​ແລະ ​ແທດ​ຈິງ.

ຂ່າວ/ບົດ​ອື່ນ