ທ່ານເອກອັກຄະລັດຖະທູດຫວຽດນາມຍື່ນສານຕາຕັ້ງຕໍ່ປະທານາທິບໍດີສເຊັກໂກ

(VOVWORLD) -ວັນທີ 23 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເຊັກໂກ ໂຮ່ມີນຕວນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານປະທານາທິບໍດີ ສເຊັກໂກ Milos Zeman ເລີ່ມຕົ້ນອາຍຸການທາງການທູດຢ່າງເປັນທາງການ.
ທ່ານເອກອັກຄະລັດຖະທູດຫວຽດນາມຍື່ນສານຕາຕັ້ງຕໍ່ປະທານາທິບໍດີສເຊັກໂກ  - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເຊັກໂກ ຍື່ນສານຕາຕັ້ງ

ວັນທີ 23 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເຊັກໂກ ໂຮ່ມີນຕວນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານປະທານາທິບໍດີ ສເຊັກໂກ Milos Zeman ເລີ່ມຕົ້ນອາຍຸການທາງການທູດຢ່າງເປັນທາງການ. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂຮ່ມີນຕວນ ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ ສເຊັກໂກ Milos Zeman ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ສເຊັກໂກ ແລະ ຫວຽດນາມ ໃນໄລຍະຜ່ານມາ. ທ່ານປະທານາທິບໍດີ ສເຊັກໂກ Milos Zeman ໃຫ້ຮູ້ວ່າ: ຄາດວ່າການຢ້ຽມຢາມຫວຽດນາມ ໃນເດືອນມີຖຸນາຈະມາເຖິງ, ມີຄະນະວິສາຫະກິດ ເຊັກໂກຄະນະຫນຶ່ງ ຈະຮ່ວມເດີນທາງພ້ອມກັບທ່ານ ແລະ ສອງຝ່າຍ ຈະປຶກສາຫາລືການຮ່ວມມືໃນຫລາຍຂົງເຂດ, ໃນນັ້ນ ມີການພັດທະນາການທ່ອງທ່ຽວ. ປະທານາທິບໍດີ ສເຊັກໂກ Milos Zeman ເວົ້າວ່າ ທ່ານມີຄວາມຫວັງຕໍ່ໝາກຜົນອັນດີງາມຂອງການຢ້ຽມຢາມຫວຽດນມາມ ຄັ້ງນີ້.

ສ່ວນ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເຊັກໂກ ໂຮ່ມີນຕວນ ຢືນຢັນວ່າ: ຫວຽດນາມ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບ ສເຊັກໂກ. ທ່ານ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປາດຖະຫນາຢາກໃຫ້ລັດ, ລັດຖະບານ ແລະ ທ່ານປະທານາທິບໍດີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ໄດ້ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ