ທາບທາມຄຳເຫັນລາຍ ງານຕີລາຄາເງື່ອນໄຂ ການຄົ້ນຄ້ວາເຂື່ອນໄຟຟ້າ ນ້ຳຕົກບົນແມ່ນ້ຳຂອງ


ທາບທາມຄຳເຫັນລາຍ ງານຕີລາຄາເງື່ອນໄຂ ການຄົ້ນຄ້ວາເຂື່ອນໄຟຟ້າ ນ້ຳຕົກບົນແມ່ນ້ຳຂອງ - ảnh 1

(ພາບ: .tinmoitruong.vn)

(vovworld)– ວັນ​ທີ 26/11 ຢູ່​ຮ່າ​ໂນ້ຍ, ຫ້ອງການ​ປະຈຳ​ຄະນະ​ກຳມະການ​ແຫ່ງ​ຊາດ​ແມ່ນ້ຳຂອງ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸ​ມສຳ​ມະ​ນາທາ​ບທາມ​ຄຳ​ເຫັນ​ລາຍ​ງານ​ຕີ​ລາຄາ​ເງື່ອນ​ໄຂ​ການຄົ້ນຄ້ວາ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ແມ່ນ້ຳຂອງຜ່ານ​ການຄົ້ນຄ້ວາ “ການ​ກະທົບ​ຂອງ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ບົນ​ແມ່ນ້ຳຂອງ“. ນີ້​ແມ່ນ​ກິດຈະກຳ​ຄົ້ນຄ້ວາ​ໂດຍ​ກະຊວງ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ​ເປັນ​ປະທານ. ບັນດາ​ໝາກຜົນ​ຂອງ​ການຄົ້ນຄ້ວາ​ຈະ​ແມ່ນ​ພື້ນຖານ, ຂໍ້​ອ້າງ​ອີງ​ດ້ານ​ວິທະຍາສາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ຊັ່ງຊາ​ໃນ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ບົນ​ແມ່ນຳຂອງ. ຈຸດໝາຍ​ຂອງ ການຄົ້ນຄ້ວາ “ການ​ກະທົບ​ຂອງ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ບົນ​ແມ່ນ້ຳຂອງ“ ​ແມ່ນ​ເພື່ອ​ແນ​ໃສ່ຕີ​ລາຄາ​ບັນດາ​ການ​ກະທົບ​ສັງ​ລວມຂ​ອງການ​ກໍ່ສ້າງ ​ແລະ​ ​ເຄື່ອນ​ໄຫວ​ຂອງເຂື່ອນ​ໄຟຟ້າ​ນ້ຳຕົກ​ຕໍ່ລະບົບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ​ເສດຖະກິດ, ສັງຄົມ​ຢູ່​ເຂດ​ທົ່ງພຽງ​ຖືກ​ນ້ຳຖ້ວມ​ແຂ​ດລຸ່ມ​ແມ່ນ້ຳຂອງ​ຂຶ້ນ​ຫວຽດນາມ ​ແລະ ກຳປູ​ເຈຍ./.

ຂ່າວ/ບົດ​ອື່ນ