ທາມທາມການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ອິນເດຍ


ທາມທາມການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ອິນເດຍ - ảnh 1
(ພາບ​ປະ​ກອບ)

(vovworld)- ວັນ​ທີ 25/5, ຢູ່​ຮ່າ​ໂນ້ຍ​ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ກົນ​ໄກ ທາມ​ທາມ​ການ​ເມືອງ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 4 ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ເດຍ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ເປັນ​ຫົວ​ໜ້າ​ຄະ​ນະ, ທາງ​ຝ່າຍ​ອິນ​ເດຍ ໂດຍ​ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Anil Wadhwa ເປັນ​ຫົວ​ໜ້າ​ຄະ​ນະ. 2 ຝ່າຍ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ເຫັນ​ດີ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 2 ຝ່າຍ 15 ຕື້ USD ໃນ​ປີ 2020; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ເປັນ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄື ການ​ເມ​ືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ, ກາ​ນ​ສຶກ​ສາ.

 ທີ່​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ອິນ​ເດຍ​ເຫັນ​ດີ​ສືບ​ຕໍ່​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ລວມ​ຂອງ​ຫວຽດ​ນາມ ແລ​ະ ອາ​ຊຽນ, ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ​ DOC ຢ່າງ​ຄົບ​ຖ້ວນ, ກ້າວ​ໄປ​ເຖິງ​ການສ້າງປະ​ມວນ​ຂໍ້​ກຳ​ນົດ COC ໂດຍ​ໄວ. ອິນ​ເດັຍ​ຍັງ​ຢືນ​ຢັນ​ຈະ​ສືບ​ຕໍ່ຮ່ວມ​ມື​ກັບ​ຫວຽດ​ນາມຂຸດ​ຄົ້ນນ້ຳ​ມັນ​ຢູ່​ບໍ​ລິ​ເວນ​ທະ​ເລ​ຂອງ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ