ທຳນຽບ5ແຈປະກາດກ່ຽວກັບການຊ້ອມຮົບຮ່ວມອາເມລິກາ-ສເກົາຫລີ

(VOVWORLD) -ມີທະຫານ ອາເມລິກາ ປະມານ 17.500 ຄົນຈະເຂົ້າຮ່ວມການຊ້ອມຮົບຮ່ວມອາເມລິກາ-ສເກົາຫລີ
ທຳນຽບ5ແຈປະກາດກ່ຽວກັບການຊ້ອມຮົບຮ່ວມອາເມລິກາ-ສເກົາຫລີ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ  James Mattis. 

                                     (ພາບ: EPA/TTXVN)

ວັນທີ 18 ສິງຫາ, ທຳນຽບ 5 ແຈ ໃຫ້ຮູ້ວ່າ: ອາເມລິກາ ແລະ ສເກົາຫລີ ຈະເລີ່ມການຊ້ອມຮົບຮ່ວມ ແຕ່ວັນທີ 21-31 ສິງຫາ, ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫລີ. ມີທະຫານ ອາເມລິກາ ປະມານ 17.500 ຄົນຈະເຂົ້າຮ່ວມການຊ້ອມຮົບນີ້, ຄຽງຂ້າງນາຍທະຫານທີ່ມາຈາກ ອົດສະຕາລີ, ການາດາ, ໂກລົມບີ, ແດນມາກ, ນິວເຊີແລນ, ໂຮນລັງ ແລະ ອັງກິດ.

ກ່ອນຫນ້ານັ້ນ, ວັນທີ 17 ສິງຫາ, ສຳນັກຂ່າວສານ KCNA ຂອງ  ສປປ ເກົາຫລີ ໄດ້ກ່າວເຕືອນວ່າ ອາເມລິກາ ແລະ ສເກົາຫລີ ຈະຍູ້ແຮງສະພາບການຢູ່ແຫລມເກົາຫລີ ຂຶ້ນລະດັບ “ໄພພິບັດ” ເມື່ອດຳເນີນການຊ້ອມຮົບຮ່ວມຕ້ານພຽງຢາງ. ຈີນ ໄດ້ສະເຫນີ ອາເມລິກາ ແລະ ສເກົາຫລີ ຢຸດຕິບັນດາການຊ້ອມຮົບຮ່ວມເພື່ອແລກເອົາເລື່ອງຮຽກຮ້ອງ ສປປ ເກົາຫລີ ຢຸດຕິບັນດາໂຄງການພັດທະນາລູກສອນໄຟ ແລະ ນິວເຄຼຍ. ແຕ່ເຖິງຢ່າງໃດກໍຕາມ ຄຳສະເຫນີຂອງຈີນ ຖືກ ວໍຊີງຕັນ ແລະ ເຊີອູນ ປະຕິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ