ນັກຊ່ຽວຊານ ລັດເຊຍ ເຊີດຊູບົດບາດ “ຂົວຕໍ່” ຂອງ ຫວຽດນາມ ຊ່ວຍເຫຼືອ ລັດເຊຍ ຫຍັບມໍ່ເຂົ້າໃກ້ກັບ ອາຊຽນ

(VOVWORLD) -ບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມພວມເປັນ “ຂົວຕໍ່” ລະຫວ່າງ ອາຊຽນ ກັບ ພັນທະມິດເສດຖະກິດ ອາຊີ - ເອີຣົບ (EAEU) ເວົ້າລວມ ແລະ ກັບປະເທດ ລັດເຊຍ ເວົ້າສະເພາະ

ວັນທີ 09 ພະຈິກ, ຢູ່ເວັບໄຊ ຂອງເວທີປາໄສນັກຊ່ຽວຊານ Realtribune.ru (ລັດເຊຍ) ໄດ້ລົງບົດຂຽນຂອງ ທ່ານປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍການຄົ້ນຄວ້າດ້ານວິທະຍາສາດ “ແນວຄວາມຄິດ ອາຊີ - ເອີຣົບ” Grigory Trofimchuk ຕີລາຄາກ່ຽວກັບການພົວພັນ ລັດເຊຍ - ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ກໍ່ຄືບົດບາດຂອງ ຫວຽດນາມ ໃນອາຊຽນ.

        ບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມພວມເປັນ “ຂົວຕໍ່” ລະຫວ່າງ ອາຊຽນ ກັບ ພັນທະມິດເສດຖະກິດ ອາຊີ - ເອີຣົບ (EAEU) ເວົ້າລວມ ແລະ ກັບປະເທດ ລັດເຊຍ ເວົ້າສະເພາະ. ຄຽງຂ້າງນັ້ນ, ຍ້ອນມີຫວຽດນາມ, ລະດັບຜົນສະທ້ອນຂອງ EAEU ໄດ້ແຜ່ລາມໄປສູ່ພາກພື້ນ ອາຊີ - ປາຊີຟິກ.

        ຍັງມີປັດໃຈສະດວກໜຶ່ງອີກໃຫ້ການພົວພັນ ລັດເຊຍ ແລະ ອາຊຽນ ນັ້ນແມ່ນ 10 ປະເທດສະມາຊິກອາຊຽນ ລ້ວນແຕ່ມີການພົວພັນມິດຕະພາບກັບ ລັດເຊຍ.

        ຕາມບົດຂຽນ, ການພັດທະນາຂອງ ອາຊຽນ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຂອງ ຫວຽດນາມ, ສິ່ງທີ່ພວມເຮັດໃຫ້ສະຫະສະມາຄົມນີ້ໄດຮັບການຮັບຮູ້ຢ່າງກວ້າງຂວາງໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ