ນັກທຸລະກິດຍິງໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) - ພາຍຫຼັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ແມ່ຍິງ ຫວຽດນາມ ໄດ້ເຂົ້າຮ່ວມການນຳພາ, ເປັນເຈົ້າຂອງຈຳນວນບັນດາຮາກຖານຜະລິດ
ນັກທຸລະກິດຍິງໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມສຳມະນາວິທະຍາສາດສາກົນ “ນັກທຸລະກິດຍິງໃນການປະຕິວັດອຸດສາຫະກຳ 4.0” ໂດຍສະຫະພັນແມ່ຍິງ ຫວຽດນາມ ແລະ ສະຖາບັນແມ່ຍິງ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ.

        ຜ່ານການປຶກສາຫາລື, ບັນດາຜູ້ແທນຖືວ່າ: ພາຍຫຼັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ແມ່ຍິງ ຫວຽດນາມ ໄດ້ເຂົ້າຮ່ວມການນຳພາ, ເປັນເຈົ້າຂອງຈຳນວນບັນດາຮາກຖານຜະລິດ, ບັນດາວິສາຫະກິດ ກ່ວາ 30%, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດນຳໜ້າຂອງພາກພື້ນ ອາຊີ, ຢືນອັນດັບທີ 6 ໃນຈຳນວນບັນດາປະເທດ, ພາກພື້ນມີອັດຕານັກທຸລະກິດຍິງສູງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ແມ່ຍິງ ຍັງຄົງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນສັງຄົມຄື: ການຈຳແນກການປະພຶດທາງເພດ, ການເຂົ້າຮ່ວມນຳພາວິສາຫະກິດຂອງແມ່ຍິງ…

ຕອບກັບ

ຂ່າວ/ບົດ​ອື່ນ