ນັກທຸລະກິດຫວຽດນາມ ໄດ້ຮັບການເຊີດຊູວ່າເປັນນັກທຸລະກິດ ອາຊີຕາເວັນອອກສ່ຽງໃຕ້ ດີເດັ່ນ ປີ 2018

(VOVWORLD) -ທ່ານນາງ ຫງວຽນທິເຟືອງຖ້າວ ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet  ເປັນນັກທຸລະກິດ ອາຊີຕາເວັນອອກສ່ຽງໃຕ້ດີເດັ່ນ ປີ 2018
ນັກທຸລະກິດຫວຽດນາມ ໄດ້ຮັບການເຊີດຊູວ່າເປັນນັກທຸລະກິດ ອາຊີຕາເວັນອອກສ່ຽງໃຕ້ ດີເດັ່ນ ປີ 2018 - ảnh 1ທ່ານນາງ ຫງວຽນທິເຟືອງຖ້າວ ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet (ພາບປະກອບ:thanhnien.vn) 

ວັນທິ 13 ຕຸລາ, ທີ່ນະຄອນຫຼວງ ເຊີອູນ, ສ ເກົາຫຼີ, ໂດຍຢູ່ໃນຂອບເຂດເວທີປາໄສ ປັນຍາຊົນໂລກ, ສູນອາຊຽນ  - ສ.ເກົາຫຼີ ແລະ ກຸ່ມບໍລິສັດສື່ສານ Maekyung - ສ.ເກົາຫຼີ ໄດ້ຈັດຕັ້ງພິທີເຊີດຊູ ທ່ານນາງ ຫງວຽນທິເຟືອງຖ້າວ ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet  ເປັນນັກທຸລະກິດ ອາຊີຕາເວັນອອກສ່ຽງໃຕ້ດີເດັ່ນ ປີ 2018 ຍ້ອນມີບັນດາການປະກອບສ່ວນທີ່ສຳຄັນໃນການເຊື່ອມຕໍ່ເສດຖະກິດ, ການຄ້າ ລະຫວ່າງ ສ. ເກົາຫຼີ ແລະ ພາກພື້ນ ອາຊຽນ.

ຕີລາຄາກ່ຽວກັບລາງວັນທີ່ສະຫງວນໃຫ້ແກ່ ຜູ້ອຳນວຍການໃຫຍ່ Vietjet, ທ່ານ Lee Hyuk  ເລຂາທິການໃຫຍ່ ສູນອາຊຽນ - ສ. ເກົາຫຼີ ໃຫ້ຮູ້ວ່າ ນີ້ແມ່ນການຮັບຮູ້ເຖິງຄຸນນະພາບການເຄື່ອນໄຫວ, ການບໍລິການ ທີ່ມີຫົວຄິດປະດິດສ້າງ ແລະ ບັນດາການປະກອບສ່ວນຂອງ Vietjet ໃນຕະຫຼອດໄລຍະຜ່ານມາ. ໄລ່ມາຮອດໝົດປີ 2017, ລວມຍອດຈຳນວນແຂກໂດຍສານທີ່ເດີນທາງໄປມາ ລະຫວ່າງສອງປະເທດ ໄດ້ເພີ່ມຂຶ້ນ ກວ່າ 5 ລ້ານເທື່ອຄົນ, ເຊິ່ງເພີ່ມຂຶ້ນທົບສາມເທົ່າ ເມື່ອທຽບກັບປີ 2013. Vietjet ຂົນສົ່ງແຂກໂດຍສານຕ່າງປະເທດໄດ້ກວ່າ 2 ລ້ານເທື່ອຄົນທີ່ໄປມາ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ