ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມບັນລຸໄດ້8ລ້ານເທື່ອຄົນ

ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມບັນລຸໄດ້8ລ້ານເທື່ອຄົນ - ảnh 1
ພາບ​ປະ​ກອບ

(vovworld)- ຕົວ​ເລກ​ສະ​ຖິ​ຕິ ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ) ປະ​ກາດເມື່ອວັນ​ທີ 28/10 ໃຫ້​ເຫັນ​ວ່າ: ​ມາຮອດ​ເວ​ລານີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ທີ່​ມາ​ຫວຽດ​ນາມ ໄດ້​ບັນ​ລຸກວ່າ 8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂື້ນ 25% ເມື່ອ​ທຽບ​ໃສ່ ໄລ​ຍະ​ດຽວ​ກັນ ​ຂອງ ​ປີ 2015. ຄາດ​ວ່າ​ໃນ​ປີ 2016, ຫວຽດ​ນາມ ຈະ​ຕ້ອນ​ຮັບນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ປະ​ມານ 9,6 ລ້ານ​ເທື່ອ​ຄົນ (ລື່ນ 11,3% ເມື່ອ​ທຽບ​ໃສ່​ແຜນການ​ທີ່​ໄດ​້​ວາງ​ອອກ​ໃຫ້​ບັນ​ລຸ​ 8,5 ລ້ານ​ເທື່ອ​ຄົນ). ນັກ​ທ່ອງ​ທ່ຽວ​ມາ​ຈາກ​ບັນ​ດາ​ຕະຫຼາດ ເອ​ີລົບຕາ​ເວັນ​ຕົກ ໄດ​ຮັບ​ການ​ຍົກ​ເວັ້ນ ວີ​ຊາ ​ລວມ​ມີ: ອັງ​ກິດ, ຝ​ຣັ່ງ, ເຢຍ​ລະ​ມັນ, ອີ​ຕາ​ລີ, ແອັດ​ສະ​ປາຍ ກໍ່​​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ. ນອກ​ຈາກນັ້ນ, ຫວຽດ​ນາມ ຍັງ​ພວມ​ຍົກ​ເວັ້ນ​ວີ​ຊາຈາກ​ຝ່າຍ​ດຽວ​​ໃຫ້​ແກ່ ນັກ​ທ່ອງ​ທ່ຽວເອີ​ລົບ​ເໜືອ ເຊັ່ນ: ນອກ​ແວ, ຟີນ​ແລນ, ແດນ​ມາກ, ຊູ​ແອດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກົມ​ໃຫຍ່​ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ: ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 4 ປະ​ເທດ​ເອີ​ລົບ​ເໜືອ ເວົ້າ​​ລວມ ແລະ ບັນ​ດາ​ປະ​ເທດ​​ເອີ​ລົບ​ ເວົ້າ​ສະ​ເພາະໃຫ້ຫຼາຍກວ່າ​ອີກ, ໃນ​ທ້າຍ​ເດືອນ 11/2016, ກົມ​ໃຫຍ່​ທ່ອງ​ທ່ຽວ ຈະ​ຈັດ​ຕັ້ງ​ລາຍ​ການ​ແນະ​ນຳ​ການ​ທ່ອງ​ທ່ຽວ ຢູ່ 4 ປະ​ເທດນີ້. ຄາດ​ຄະ​ເນ​ວ່າ​ໃນ​ເດືອນ 1/2017, ກົມ​ໃຫຍ່​ທ່ອງ​ທ່ຽວ ຈະ​ເຊີນ​ຄະ​ນະ​ຜູ້​ແທນປະ​ກອບ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ ທ່ອງ​ທ່ຽວຈາກ 4 ປະ​ເທດ ເອີ​ລົບ​ເໜືອ ມາ​ສຳຫຼວດ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ. ຄາດ​​ວ່າ, ວີ​ຊາ​ເອ​ເລັກ​ໂຕ​ນິກ (e-visa) ແລະ ວີ​ຊາ​ທີ່​ອອກ​ຢູ່​ຊາຍ​ແດນ (visa on arrival) ຈະ​ຖືກ​ນຳ​ໃຊ້​ນັບ​ແຕ່​ຕົ້ນ​ປີ 2017. ​ສິ່ງ​ນີ້​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໃນ​ການ​ຂໍວີ​ຊາ​ມາ​​ຢ້ຽມ​ຢາມ ຫວຽດ​ນາມ.

ຂ່າວ/ບົດ​ອື່ນ