ນັກລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາ ຢ້ຽມຢາມຫວຽດນາມ

ນັກລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາ ຢ້ຽມຢາມຫວຽດນາມ - ảnh 1
(ນັກລາຍ​ງານ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​
ກ່ຽວກັບ​ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ)


(vovworld) –  ນັກລາຍ​ງານ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ ທ່ານ Heiner Bielefeldt ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​​ແຕ່​ວັນ​ທີ 21 – 31/07. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ການຮ່ວມ​ມື​ລະຫວ່າງຫວຽດນາມ ​ແລະ ບັນດາ​ກົນ​ໄກ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດທິ​ມະນຸດ. ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ຮັບ 6 “ລະບຽບ​ການ​ພິ​ເສດ” ຂອງ​ສະຫະ​ປະຊາ​ຊາດ, ສະ​ແດງ​ໃຫ້​ເຫັນ​ທ່າທີ​ເຂັ້ມ​ງວດຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ເມື່ອ​​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະ​ນຸດ ​ແລະ ບັນດາຂໍ້​ສະ​ເໜີ​ເຊິ່ງຫວຽດນາມ​ ​ໄດ້​ເຫັນ​ດີ​ຕາມ​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະດ້ານ​ສິດທິ​ມະນຸດ.

ຂ່າວ/ບົດ​ອື່ນ