ນັກສຶກສາອາສາສະໝັກ 300 ຄົນໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ

(VOVWORLD) - ວັນທີ 22 ມີນາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນມຽວ - ກວັກຕືຢາມ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຕັ້ງການຜັນຂະຫຍາຍທິມງານອາສາສະໝັກ “ໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ” ປີ 2019. 
ນັກສຶກສາອາສາສະໝັກ 300 ຄົນໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ - ảnh 1 ນັກສຶກສາອາສາສະໝັກ 300 ຄົນໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ

ທິມງານອາສາສະໝັກ “ໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ” ປີ 2019 ລວມມີສະມາຊິກຊາວໜຸ່ມ, ນັກສຶກສາ 300 ຄົນທີ່ມາຈາກ 5 ມະຫາວິທະຍາໄລໃນບໍລິເວນ ຮ່າໂນ້ຍ ທີ່ມີຂະແໜງບຳລຸງສ້າງກ່ຽວກັບພາສາ, ການທ່ອງທ່ຽວ, ວັດທະນະທຳປະຫວັດສາດ. ປີນີ້, ທິມງານອາສາສະໝັກ “ໜູນຊ່ວຍການທ່ອງທ່ຽວ ທັງລອງ - ຮ່າໂນ້ຍ” ຈະເຄື່ອນໄຫວຢູ່ບັນດາເຂດປູຊະນີຍະສະຖານ, ທັດສະນີຍະພາບ, ສະຖານທີ່ທັດສະນະສຶກສາເຊິ່ງມີແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ເຕົ້າໂຮມກັນເປັນຈຳນວນຫລວງຫລາຍຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ