ນັກສິລະປິນຫວຽດນາມຫຼາຍຄົນ ຍາດໄດ້ລາງວັນທີ່ງານມະໂຫລານສະແດງຕຸກກະຕາສາກົນ ປິ 2018

(VOVWORLD) -ງານມະໂຫລານສະແດງຕຸກກະຕາສາກົນ ຄັ້ງທີ 5, ປີ 2018 ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທໍາສິລະປະ ລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ.
ນັກສິລະປິນຫວຽດນາມຫຼາຍຄົນ ຍາດໄດ້ລາງວັນທີ່ງານມະໂຫລານສະແດງຕຸກກະຕາສາກົນ ປິ 2018 - ảnh 1ຄະນະຈັດຕັ້ງ ມອບລາງວັນໃຫ້ແກ່ນັກສິລະປິນຫວຽດນາມ (ພາບ:TTXVN)

ຕອນຄໍ່າວັນທີ 15 ຕຸລາ, ງານມະໂຫລານສະແດງຕຸກກະຕາສາກົນຄັ້ງທີ 5 ປີ 2018, ໄດ້ອັດລົງພາຍຫຼັງການດໍາເນີນມາເປັນເວລາໜຶ່ງອາທິດຢູ່ຮ່າໂນ້ຍ, ແຂວງຫວິງຟຸກ, ແຂວງນິງບິງ ຂອງຫວຽດນາມ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມ. ຄະນະຈັດຕັ້ງໄດ້ມອບຫຼຽນຄໍາ 02 ຫຼຽນ, ຫຼຽນເງິນ 03 ຫຼຽນ ໃຫ້ແກ່ລາຍການທີ່ສະແດງດີເດັ່ນ; ແລະ ຫຼຽນຄໍາ 8 ຫຼຽນ, ຫຼຽນເງິນ 13 ຫຼຽນໃຫ້ແກ່ນັກສະແດງດີເດັ່ນ. ໃນນັ້ນຈໍານວນຫຼຽນຄໍາ 8 ຫຼຽນ ທີ່ສະຫງວນໃຫ້ນັກສະແດງດີເດັ່ນນັ້ນ, ນັກສິລະປິນຫວຽດນາມ ຍາດໄດ້ 6 ຫຼຽນ, ນັກສະແດງມາຈາກກອງສິລິປະ ລາຊະອານາຈັກແບນຊິກ ຍາດໄດ້ 01 ຫຼຽນ ແລະ ນັກສະແດງມາຈາກກອງສິລະປະ ຝລັ່ງ ຍາດໄດ້ 01  ຫຼຽນ.

        ງານມະໂຫລານສະແດງຕຸກກະຕາສາກົນ ຄັ້ງທີ 5, ປີ 2018 ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທໍາສິລະປະ ລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ.


 

ຕອບກັບ

ຂ່າວ/ບົດ​ອື່ນ