ນັກຮຽນທຸກຍາກ ແຕ່ຮຽນເກັ່ງ181ຄົນໄດ້ຮັບລາງວັນ ຫງວຽນດຶກແກງ

ນັກຮຽນທຸກຍາກ ແຕ່ຮຽນເກັ່ງ181ຄົນໄດ້ຮັບລາງວັນ ຫງວຽນດຶກແກງ - ảnh 1
ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 181 ຄົນ
ໄດ້ຮັບລາງວັນ ຫງວຽນດຶກແກງ
(ພາບ: sggp.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/7, ສະຫະພັນ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ທຶນ​ສຶກສາ ຫງວຽນ​ດຶກ​ແກງ 181 ພູດ, ດ້ວຍ​ຍອດ​ມູນ​ຄ່າ 300 ລ້ານ​ກວ່າ​ດົ່ງ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ນັກຮຽນ​ພິການ, ນັກຮຽນ​ປະສົບ​ກັບ​ຄວາມທຸກ​ຍາກ ​ແຕ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ​ໃນ​ການ​ຮຳ່ຮຽນ, ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງຊີວິດ. ບັນດາ​ນັກຮຽນ​ໄດ້​ຮັບ​ທຶນ​ສຶກສາ​ໃນ​ຄັ້ງ​ນີ້ ​ແມ່ນ​ແບບຢ່າງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຕັມ​ໄປ​ດ້ວຍ​ມານະ​ຈິດ​ໃນ​ການ​ຮຳ່ຮຽນ, ດຸ​ໝັ່ນ, ກະຕັນ​ຍູ. ທຶນ​ສຶກສາ​ແຕ່​ລະ​ພູດ​ມີ​ມູນ​ຄ່າ​ແຕ່ 1,2 ລ້ານ​ດົ່ງ ​ເຖິງ 3 ລ້ານ​ດົ່ງ, ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ, ສ້າງ​ກຳລັງ​ໜູນ​ດ້ານ​ຈິດ​ໃຈ ຊ່ວຍ​ໃຫ້​ພວກ​ນ້ອງ​ສືບ​ຕໍ່​ແກ້​ໄຂ​ຄວມຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ ກາຍ​ເປັນ​ພົນລະ​ເມືອງ​ທີ່​ດີ​ຂອງ​ສັງຄົມ. ນ້ອງ ຫງວຽນມາ​ຍ​ເຟືອງ, ນັກຮຽນ​ຜູ້​ໜຶ່ງ​ໄດ້​ຮັບ​ທຶນ​ສຶກສາ​ໃນ​ຄັ້ງ​ນີ້, ​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

ທຶນ​ສຶກສາ​ນີ້​ຈະ​ຊ່ວຍ​ໃຫ້​ບັນດາ​ນັກຮຽນ, ນັກ​ສຶກສາ​ຄື​ນ້ອງ​ຫຼາຍ​ທີ່​ສຸດ ​ເພື່ອ​ມີ​ເງື່ອນ​ໄຂ​ສືບ​ຕໍ່​ຮຳ່ຮຽນ. ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ຫຼາຍ​ຫົວໜ່ວຍ​ໃຫ້ການ​ຊ່ວຍ​ເຫຼືອ​ຄື​ແນວ​ນີ້, ​ເພື່ອ​ສ້າງ​ເງື່ອນ​ໄຂໃຫ້​ບັນດາ​ນັກຮຽນ​ມານະ​ພະຍາຍາມ​ຮຳ່ຮຽນ, ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ“.

ຜ່ານ 22 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ລາຍການ​ທຶນ​ສຶກສາ ຫງວຽນ​ດຶກ​ແກງ ​ໄດ​້ມີຂອງຂວັນ ​ແລະ ທຶນ​ສຶກສາກ​ວ່າ 21.000 ພູດ, ດ້ວຍ​ຍອດ​ຈຳນນວນ​ທຶນ​ເກືອບ 11 ຕື້​ດົ່ງ ​ເພື່ອ​ມອບ​ໃຫ້​ລູກ​ຫຼານ​ຊາວ​ຜູ້​ອອກ​ແຮງ​ງານ.

 

 

 

ຂ່າວ/ບົດ​ອື່ນ