ນັກຮຽນຮູ້ ສ.ເກົາຫຼີ ເຊື່ອໝັ້ນຕໍ່ໝາກຜົນຂອງກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ

(VOVWORLD) -ນັກຮຽນຮູ້ ສ.ເກົາຫຼີ ຫຼາຍຄົນ ໄດ້ໃຫ້ຂໍ້ສັງເກດທີ່ປະເອີບໃຈຕໍ່ໝາກຜົນຂອງເຫດການການເມືອງສໍາຄັນນີ້ພໍສົມຄວນ.

        ກ່ອນດໍາເນີນກອງປະຊຸມສຸດຍອດ ຄັ້ງທີ 2  ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ຮ້າໂນ້ຍ, ນັກຮຽນຮູ້ ສ.ເກົາຫຼີ ຫຼາຍຄົນ ໄດ້ໃຫ້ຂໍ້ສັງເກດທີ່ປະເອີບໃຈຕໍ່ໝາກຜົນຂອງເຫດການການເມືອງສໍາຄັນນີ້ພໍສົມຄວນ.

        ສາດສະດາຈານ - ປອ. Lee Woong Hyeon, ຄະນະພົວພັນສາກົນ, ມະຫາວິທະຍາໄລ ສ.ເກົາຫຼີ, ທັງເປັນ ປະທານ ສະຖາບັນຄົ້ນຄວ້າພູມສາດການເມືອງ ສ.ເກົາຫຼີ, ຖືວ່າ: ສອງຝ່າຍບໍ່ສາມາດແກ້ໄຂຄວາມບໍ່ລົງລອຍກັນທຸກຢ່າງ ແຕ່ ຈະບັນລຸໄດ້ຂໍ້ຕົກລົງຈໍານວນໜຶ່ງໃນບາງບັນຫາ, ຢ່າງໜ້ອຍສຸດ ແມ່ນ ສປປ.ເກົາຫຼີ ໄດ້ຍົກອອກແຜນການລົບລ້າງອາວຸດນິວເຄຼຍ ແລະ ອາເມລິກາ ຍົກເລີກຄໍາສັ່ງລົງໂທດດ້ານເສດຖະກິດຕໍ່ ສປປ.ເກົາຫຼີ ໄດ້ສ່ວນໃດສ່ວນໜ່ຶງ. ສາດສະດາຈານ Lee ຄາດຄະເນວ່າ ສອງຝ່າຍ ອາດຈະອອກຖະແຫຼງການການເມືອງ ສິ້ນສຸດສົງຄາມ ເກົາຫຼີ (1950 – 1953), ແຕ່ນັ້ນບໍ່ແມ່ນຖະແຫຼງການທີ່ມີລັກສະນະທາງດ້ານນິຕິກໍາ.

        ຕາມທ່ານປະລິນຍາເອກ Tae Ik Chung, ອະດີດທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດຂອງທ່ານປະທານາທິບໍດີ ສ.ເກົາຫຼີ ຫວັງວ່າ ສອງຝ່າຍ ຈະບັນລຸໄດ້ຂໍ້ຕົກລົງລະອຽດ ຢູ່ກອງປະຊຸມຄັ້ງທີ 2 ນີ້. ການພົບປະຄັ້ງນີ້ ໄດ້ຮັບຄວາມຫວັງວ່າ ຈະເປີດຊ່ອງທາງຫຼຸດຜ່ອນບັນດາມາດຕະການລົງໂທດ ສປປ.ເກົາຫຼີ, ຈາກນັ້ນ ພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ຮັກສາສັນຕິພາບໃນແຫຼມເກົາຫຼີ ແລະ ໃນພາກພື້ນ ກໍຄື ໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ