ນະຄອນ ໂຮ່ຈີມິນ ແລະ WB ຮ່ວມມືຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ

ນະຄອນ ໂຮ່ຈີມິນ ແລະ WB ຮ່ວມມືຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ - ảnh 1
ທ່ານ​ນາງ Kritalina I.Georgieva ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ WB
(ພາບ: TTXVN)

(vovworld) - ນະຄອນ ​ໂຮ່ຈີ​ມິນ ​ແລະ ທະນາຄານ​ໂລກ (WB) ສືບ​ຕໍ່ຮ່ວມ​ມື​ການ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍບັນດາ​ໂຄງການ​ທີ່​ມີ​ແຫຼ່ງທຶນ WB ​ໃນ​ບັນດາ​ຂົງ​ເຂດ​ຖືກ​ຕ້ອງການຄວາມ​ຄືບ​ໜ້າ ​ແລະ ມີ​ປະສິດທິ​ຜົນ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ນະຄອນ ​ແລະ ປະກອບສ່ວນ​ປັບປຸງ​ຄຸນ​ນະພາ​ບດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ ຫງວຽນ​ແທ່ງ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທ່ານ​ນາງ Kritalina I.Georgieva ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ WB ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຄື​ດັ່ງກ່າວ​ທີ່​ການ​ພົບ​ປະ ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/03 ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ ຫງວຽນ​ແທ່ງ​ຟອງ ຢືນຢັນ​ວ່າ: ນະຄອນ ​ໂຮ່ຈີ​ມິນ ຈະ​ຮ່ວມ​ເດີນທາງ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ WB ປະຕິບັດ​ບັນດາ​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ສິ່ງ​ແວດ​ລ້ອມ, ດ​ັດປັບປະດັບ​ປະດາ​ຕົວ​ເມືອງ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ.

        ສ່ວນ​ທ່ານ​ນາງ Kritalina I.Georgieva ຢືນຢັນ​ຄວາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ນະຄອນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ, ສຳຄັນ​ໃນ​ວິວັດ​ການ​ພັດທະນາ​ຕົວ​ເມືອງ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໂຄງການ​ຕ້ານ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ; ປັບປຸງ​ພື້ນຖານ​ໂຄງ​ລ່າງ; ຮ່ວມ​ມື​ປຸກລະດົມ​ແຫຼ່ງກຳລັງ​ຂອງພາກ​​ເອກະ​ຊົນ​ໃນ​ວິວັດ​ການ​ປະຕິບັດ​ບັນ​ດາ​ໂຄງການ​ຂອງ WB ຢູ່​ນະຄອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ