ນະຄອນຫຼວງບັນດາປະເທດ ອາຊຽນ ເຊັນຖະແຫຼງການຮ່ວມ ສິງກະໂປ ກ່ຽວກັບສິ່ງແວດລ້ອມແບບຍືນຍົງ

(VOVWORLD) - ໃນກອງປະຊຸມຄັ້ງທີ 6 ນີ້, ດ້ວຍຫົວຂໍ້ວ່າ “ຄວາມສາມາດຕ້ານຄືນ ແລະ ການປ່ຽນແປງໃໝ່”, ຜູ້ແທນກ່ວາ 40 ທ່ານທີ່ມາຈາກບັນດານະຄອນຫຼວງ 10 ປະເທດ ອາຊຽນ

ຫວ່າງແລ້ວນີ້, ໃນຂອບເຂດກອງປະຊຸມສຸດຍອດບັນດານະຄອນໃນໂລກ (WCS 2018) ຈັດຕັ້ງຢູ່ສິງກະໂປ, ການນຳບັນດານະຄອນຫຼວງ 10 ປະເທດສະມາຊິກສະຫະປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງ (ASEAN) ພ້ອມກັນລົງນາມໃນຖະແຫຼງການ ສິງກະໂປ ກ່ຽວກັບສິ່ງແວດລ້ອມແບບຍືນຍົງ.

        ໃນກອງປະຊຸມຄັ້ງທີ 6 ນີ້, ດ້ວຍຫົວຂໍ້ວ່າ “ຄວາມສາມາດຕ້ານຄືນ ແລະ ການປ່ຽນແປງໃໝ່”, ຜູ້ແທນກ່ວາ 40 ທ່ານທີ່ມາຈາກບັນດານະຄອນຫຼວງ 10 ປະເທດ ອາຊຽນ ໄດ້ແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍທີ່ບັນດານະຄອນຫຼວງເຄີຍປະເຊີນໜ້າ ກໍ່ຄືແບ່ງປັນບົດຮຽນ, ຂໍ້ລິເລີ່ມກ່ຽວຂ້ອງເຖິງການປົກປັກຮັກສາສິ່ງແວດລ້ອມ, ພັດທະນາແບບຍືນຍົງຄື ການສ້າງປະຊາຄົມນະຄອນ ທີ່ມີຄວາມສາມາດຕ້ານ, ສະກັດກັ້ນສູງ, ພັດທະນາແບບຍືນຍົງ ແລະ ວັດທະນະທຳໃນການປະພຶດທີ່ເປັນມິດກັບສິ່ງແວດລ້ອມ…

        ບັນດາຜູ້ແທນທີ່ກອງປະຊຸມລ້ວນແຕ່ເຫັນດີເປັນເອກະພາບຖືວ່າ ນອກຈາກການເຂົ້າຮ່ວມຂອງທົ່ວສັງຄົມ, ຈາກສ່ວນບຸກຄົນຕະຫຼອດຮອດວິສາຫະກິດ, ບັນດາອົງການລັດຖະບານ ແລະ ພົນລະເຮືອນແລ້ວ, ບັນດານະຄອນຫຼວງ ອາຊຽນ ຄວນຮ່ວມແຮງຮ່ວມໃຈ ແລະ ຮ່ວມສຳພັນນຳກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ເພື່ອກາຍເປັນກຸ່ມກ້ອນເປັນເອກະພາບກັນ.

        ທີ່ກອງປະຊຸມ, ທ່ານ ຫງວຽນວັນສືວ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ , ຫົວໜ້າຄະນະຜູ້ແທນນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ແລະ ຜູ້ວ່າການບັນດານະຄອນຫຼວງ ອາຊຽນ ຄັ້ງທີ 6 (MGMAC) ໄດ້ລົງນາມຖະແຫຼງການຮ່ວມ ສິງກະໂປ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ