ນະຄອນຮ່າໂນ້ຍ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ

ນະຄອນຮ່າໂນ້ຍ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​
ມອບ​ຫຼຽນ​ໄຊ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງໃຫ້​ຂະ​ແໜງ​ສາ​ທາລະນະ​ສຸກ​ນະຄອນຫຼວງ
(ພາບ: baomoi.com)


(vovworld) – ຕອນ​ຄໍ່າວັນ​ທີ 26/02, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ແພດ​ໝໍ​ຫວຽດນາມ, 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ຂະ​ແໜງສາທາ​ລະນະ​ສຸກ​ນະຄອນຫຼວງ ​ແລະ ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ຄັ້ງ​ທີ 2. ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນທິຢວານ ​ເຂົ້າ​ຮ່ວມ ​ແລະ ມອບ​ຫຼຽນ​ໄຊ​ໃຫ້​ຂະ​ແໜງ​ສາ​ທາລະນະ​ສຸກ​ນະຄອນຫຼວງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ​ລັດຖະມົນ​ຕີວ່າການ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ໋ຽນ ຮຽກຮ້ອງ​ໃຫ້​ພະ​ແນ​ກສາທາລະນະ​ສຸກ​ຮ່າ​ໂນ້ຍ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບການ​ກວດ, ປິ່ນປົວ​ພະຍາດ​ເຮັດ​ໃຫ້​ຄົນ​ເຈັບ​ພຶງ​ພໍ​ໃຈ. ນອກຈາກ​ນັ້ນ, ພະ​ແນ​ກສາທາລະນະ​ສຸກ​ຮ່າ​ໂນ້ຍ ຕ້ອງ​ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ເຕັກນິກ​ໃຫ້​ທຽບ​ເທົ່າກັບ​ບັນດາ​ໂຮງໝໍ​ສູນ​ກາງ; ປັບປຸງ, ພັດທະນາ​ເຄືອ​ຂ່າຍສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ​ໃຫ້ສຳ​ເລັດ…

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 26/02, ສະຫະພັນ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ​້ຍ ​ໄດ້​ສົມທົບ​ກັບ​ສະມາຄົມ​​ແພດ​ໝໍ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2015 ​ແລະ ສະຫຼຸບ​ການ​ເຄື່ອນ​ໄຫວ “ນ້ຳ​ໃຈ​ຮ່າ​ໂນ້ຍ” ຢູ່​ບັນ​ດາ​ໂຮງໝໍ. ດ້ວຍ​ຫົວ​ຂໍ້ “ສະມາຄົມ​​ແພດ​ໝໍ​ໜຸ່ມ​ນະຄອນຫຼວງຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິ​ນ, ອາສາ​ສະໝັກ​ເພື່ອ​ຊີວິດ​ສັງ​ຄົມ” ປີ 2015, ສະມາຄົມ​ແພດ​ໝໍ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂ່ງ​ຂັນຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກຂັ້ນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 16…

ຂ່າວ/ບົດ​ອື່ນ