ນະຄອນເກີມຟາ ຕ້ອບຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ແລະ ໄດ້ຮັບການຢັ້ງຢືນເປັນເຂດຕົວເມືອງລະດັບ 2

ນະຄອນເກີມຟາ ຕ້ອບຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ແລະ ໄດ້ຮັບການຢັ້ງຢືນເປັນເຂດຕົວເມືອງລະດັບ 2 - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ  ​
​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງໃຫ້​ນະຄອນ​ເກີ​ມຟາ
(ພາບ:baoquangninh.com.vn)


​(vovworld) –  ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັດ​ປົດປ່ອຍ​ເຂດ​ບໍ່​ແຮ່ (25/04/1955 – 25/04/2015) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ, ພິທີ​ປະກາດນະຄອນ​ເກີມ​ຟາ ເປັນ​ເຂດ​ຕົວ​ເມືອງ​ລະດັບ 2, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 22/04, ຢູ່​ນະຄອນ​ເກີ​ມຟາ, ​ແຂວງ​ກວາງ​ນິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ ​ໄດ້​ຕີ​ລາຄາ​ສູງບັນດາ​ການ​ອຸທິດ​ສ່ວນ​ຂອງກຳລັງ​ທະຫານ ​ແລະ ປະ​ຊາ​ຊົນ​ນະຄອນ​ເກີນ​ຟາ ​ເວົ້າ​ສະ​ເພາະ ​ແລະ ​ແຂວງ​ກວາງ​ນິງ ​ເວົ້າ​ລວມ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ໃນ​ຕະຫຼອດ​ໄລຍະ 60 ປີຜ່ານມາ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກ່າວ​ວ່າ.

        “​ແຂວງ​ກວາງ​ນິງ ​ໃນ​ນັ້ນ​ມີ​ນະຄອນ​ເກີ​ມຟາ ຕ້ອງ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ກຳ​ແໜ້ນ​ກາລະ​​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າຍ​ທາຍ, ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ​ກວາງ​ນິງ ​ໄດ້​ວາງ​ອອກ. ສູ້​ຊົນ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ, ພັດທະນາ​ໜູນ​ຊ່ວຍ​ສັງຄົມ, ຢັ້ງຢືນ​ບົດບາດ, ທີ່​ຕັ້ງ​ຂອງ​ກວາງ​ນິງ ​ເທື່ອ​ລະ​ກ້າວ​​ໃນ​​ພາລະກິດພັດທະນາປະ​ເທດ​ຊາດ”.

        ​ແລະ​ກໍ່​ທີ່​ພິທີ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ  ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ ​ໂດຍ​ທ່ານ​ປະທານ​ປະ​ເທດ​ມອບ​ໃຫ້​ນະຄອນ​ເກີ​ມຟາ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ​ຫວຽດນາມ ຈິ້ງ​ດິ່ງ​ຢຸງ ​ໄດ້​ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ເລື່ອງ​ຍົກ​ລະດັບ​ນະຄອນ​ເກີ​ມຟາ ເປັນ​ເຂດ​ຕົວ​ເມືອງ​ລະດັບ 2.

ຂ່າວ/ບົດ​ອື່ນ